ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງໝາກຜົນສຳຄັນໃນວຽກງານລົງນາມ, ຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນໃນໄລຍະຜ່ານມາ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)
ຕອນເຊົ້າວັນທີ 14 ມັງກອນ, ຢູ່ ຮ່າໂນ້ຍ, ເມື່ອເປັນປະທານກອງປະຊຸມສະຫຼຸບວຽກງານຜັນຂະຫຍາຍຂໍ້ຕົກລົງ, ຄຳໝັ້ນສັນຍາສາກົນໃນບັນດາການເຄື່ອນໄຫວພົນພັນຕ່າງປະເທດຂັ້ນສູງໃນອາຍຸການ 2021 -2025, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງໝາກຜົນສຳຄັນໃນວຽກງານລົງນາມ, ຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນໃນໄລຍະຜ່ານມາ. ເພື່ອປະຕິບັດວຽກງານດັ່ງກ່າວໃຫ້ດີກວ່າໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ:
“ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ຕ້ອງເປັນເຈົ້າການ, ບໍ່ລໍຖ້າ, ສຸມໃສ່ການລົງນາມ ແລະ ຈັດຕັ້ງການປະຕິບັດໃຫ້ເປັນຢ່າງດີທີ່ສຸດ ຕາມພາລະບົດບາດ, ໜ້າທີ່ ແລະ ສິດອຳນາດຂອງຕົນ. ຄຳໝັ້ນສັນຍາຕ້ອງສອດຄ່ອງກັບກົດໝາຍ ຫວຽດນາມ, ທຳນຽມສາກົນ, ມີລັກສະນະເປັນໄປໄດ້; ແທນທີ່ການສົ່ງອອກໝວດສິນຄ້າສະເພາະ ປະຈຸບັນແມ່ນສົ່ງອອກທັງຂະແໜງການ”.
ກ່ອນໜ້ານັ້ນ, ເມື່ອເປັນປະທານກອງປະຊຸມສະຫຼຸບວຽກງານປີ 2025 ແລະ ມຸ່ງໄປເຖິງການປະຕິບັດໜ້າທີ່ປີ 2026 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ປີ 2026, ວຽກງານເຊື່ອມໂຍງເຂົ້າກັບສາກົນຕ້ອງຮັບໃຊ້ການພັດທະນາໃນບັນດາຂົງເຂດຍຸດທະສາດ. ເປົ້າໝາຍການເຊື່ອມໂຍງເຂົ້າກັບສາກົນແມ່ນເພື່ອປະກອບສ່ວນຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດຊາດ; ເປັນເຈົ້າການຍຸດທະສາດໃນການພົວພັນກັບສາກົນ, ທຸກສິ່ງທຸກຢ່າງແມ່ນເພື່ອຜົນປະໂຫຍດຂອງປະຊາຊົນ.