ຂ່າວສານ

ຍົກສູງຄຸນນະພາບວຽກງານສ້າງແຜນຜັງກໍ່ສ້າງ

      ໂດຍພາຍໃຕ້ການເປັນປະທານຂອງທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ, ຄະນະປະຈຳສະພາແຫ່ງຊາດໄດ້ດຳເນີນການຊັກຖາມລັດຖະມົນຕີກະຊວງກໍ່ສ້າງ ເຈີນຮົ່ງຮ່າ

ກອງປະຊຸມຄັ້ງທີ 13 ຄະນະປະຈຳສະພາແຫ່ງຊາດຊຸດທີ 14
      ໂດຍສືບຕໍ່ກອງປະຊຸມຄັ້ງທີ 13 ຄະນະປະຈຳສະພາແຫ່ງຊາດຊຸດທີ 14, ຕອນບ່າຍວັນທີ 16 ສິງຫາ, ໂດຍພາຍໃຕ້ການເປັນປະທານຂອງທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ, ຄະນະປະຈຳສະພາແຫ່ງຊາດໄດ້ດຳເນີນການຊັກຖາມລັດຖະມົນຕີກະຊວງກໍ່ສ້າງ ເຈີນຮົ່ງຮ່າ. ເນື້ອໃນການຊັກຖາມແມ່ນເລັ່ງໃສ່ກຸ່ມບັນຫາ ວຽກງານຄຸ້ມຄອງລັດກ່ຽວກັບການວາງແຜນກໍ່ສ້າງ, ສະຖາປັດຕະຍະກຳຕົວເມືອງ, ໂຄງລ່າງເຕັກນິກຕົວເມືອງ, ການແນະນຳ, ກວດກາ, ຄຸ້ມຄອງນຳໃຊ້ທີ່ດິນປຸກສ້າງຕົວເມືອງຕາມແຜນຜັງ ແລະ ແຜນການພັດທະນາຕິດພັນກັບການຄົມມະນາຄົມຕົວເມືອງ.
    ທ່ານລັດຖະມົນຕີກະຊວງກໍ່ສ້າງ ເຈີນຮົ່ງຮ່າ ໃຫ້ຮູ້ວ່າ ໃນໄລຍະທີ່ຈະມາເຖິງ, ກະຊວງຈະສືບຕໍ່ເປັນເສນາທິການໃຫ້ແກ່ລັດຖະບານ, ສະພາແຫ່ງຊາດໃນການສ້າງບັນດາລະບອບລະບຽບການກ່ຽວກັບການວາງແຜນຜັງຮັບປະກັນການຍົກສູງຄຸນນະພາບ, ຕ້ານການຟຸມເຟືອຍໃນການວາງແຜນຜັງ.
    ກ່າວຄຳເຫັນທີ່ວາລະຊັກຖາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິງຢຸງ ໄດ້ສະເໜີຍູ້ແຮງການຈັດຕັ້ງສ້າງແຜນຜັງ, ເອົາໃຈໃສ່ເຖິງການປະຕິບັດຢ່າງຄົບຊຸດບັນດາແຜນຜັງໄປຄຽງຄູ່ກັບການຍົກສູງຄຸນນະພາບວຽກງານສ້າງແຜນຜັງກໍ່ສ້າງ. 


top