ຂ່າວສານ

ຍົກສູງຄຸນນະພາບວຽກງານສ້າງກົດໝາຍ

      ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 23 ພຶດສະພາ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2018 ແລະ ປັບປຸງລາຍການປີ 2017, ໃຫ້ຄຳເຫັນກ່ຽວກັບຮ່າງໂຄງການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດປີ 2018. 

(ພາບ: TTXVN)
      ທີ່ວາລະປຶກສາຫາລື, ບັນດາຄຳເຫັນໄດ້ເຫັນດີເລື່ອງສະພາແຫ່ງຊາດ ຄວນດຳເນີນການຕິດຕາມກວດກາສູງສຸດການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການຄຸ້ມຄອງ, ນຳໃຊ້ແຫຼ່ງທຶນພັນທະບັດລັດຖະບານ, ທຶນກູ້ຢືມຈາກຕ່າງປະເທດເພື່ອລົງທຶນກໍ່ສ້າງພື້ນຖານໂຄງລ່າງ ພັດທະນາເສດຖະກິດສັງຄົມ. ກ່ຽວກັບຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2018, ສະມາຊິກສະພາແຫ່ງຊາດຫຼາຍທ່ານສະເໜີຄວນຍົກສູງຄຸນນະພາບວຽກງານສ້າງກົດໝາຍ ກໍຄືຄວາມຮັບຜິດຊອບຂອງບັນດາອົງການຮັບຜິດຊອບການຮຽບຮຽງ, ແກ້ໄຂສະພາບທີ່ໂຄງການຕ້ອງດັດປັບເປັນຫຼາຍຄັ້ງ.
        ຕອນບ່າຍວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ.
(ແຫຼ່ງຄັດຈາກ VOV)

top