ຂ່າວສານ

ຍົກສູງຄວາມຮັບຮູ້ດ້ານກົດໝາຍກ່ຽວກັບການລົງທຶນ, ການຄ້າສາກົນ

      ຕອນບ່າຍວັນທີ 27 ທັນວາ, ຢູ່ຮ່າໂນ້ຍ, ກະຊວງຍຸຕິທຳຫວຽດນາມ ໄດ້ມີການພົບປະ, ຍ້ອງຍໍນັກສຶກສາເຂົ້າຮ່ວມການສອບເສັງ ເວທີປາໄສກຳມະການລົງທຶນສາກົນ (FDI Moot) ບັນລຸໄດ້ຜົນງານສູງ.

ກະຊວງຍຸຕິທຳຫວຽດນາມ ໄດ້ມີການພົບປະ, ຍ້ອງຍໍນັກສຶກສາເຂົ້າຮ່ວມການສອບເສັງ
ເວທີປາໄສກຳມະການລົງທຶນສາກົນ (FDI Moot) ບັນລຸໄດ້ຜົນງານສູງ
(ພາບ: moj.gov.vn)
      ກ່າວຄຳເຫັນທີ່ການພົບປະ, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳຫວຽດນາມ ຫງວຽນແຄ໊ງງອັກ ໄດ້ຊົມເຊີນທິມຫວຽດນາມ ແມ່ນໜຶ່ງໃນ 5 ທິມປະເທດອື່ນຕາງໜ້າໃຫ້ພາກພື້ນອາຊີປາຊີຟິກ ເຂົ້າຮ່ວມການສອບເສັງສາກົນ ແລະ ໄດ້ອັນດັບທີ 3 ໃນຕາຕະລາງຈັດອັນດັບການເສງສາກົນ. ດ້ວຍບັນດາຜົນງານທີ່ຍາດມາໄດ້ນັ້ນ, ທ່ານຮອງລັດຖະມົນຕີ ຫງວຽນແຄ໊ງງອັກ ປາດຖະໜາວ່າ, ບັນດານັກສຶກສາຈະສືບຕໍ່ຄົ້ນຄວ້າ, ຮ່ຳຮຽນໃນຂົງເຂດນີ້, ມານະພະຍາຍາມບັນລຸໄດ້ຜົນງານດີເດັ່ນໃນການຮ່ຳຮຽນເພື່ອສືບຕໍ່ອຸທິດສ່ວນໃຫ້ແກ່ປະເທດຊາດ.
 (ແຫຼ່ງຄັດຈາກ VOV)


top