ຂ່າວສານ

ຍົກສູງຄວາມຮັບຮູ້ກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ

ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ, ກຳປູເຈຍ ແມ່ນບັນຫາຍຸດທະສາດ, ມີຄວາມໝາຍເປັນຕາຍ ແລະ ແມ່ນກົດເກັນຄົງຕົວໃນການພັດທະນາຂອງແຕ່ລະປະເທດ.
  ກອງປະຊຸມດຳເນີນແບບທາງໄກ (ພາບ: tienphong.vn)  

 ຕອນບ່າຍວັນທີ 09 ມິຖຸນາ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດກອງປະຊຸມໂຄສະນາສື່ສານການຕ່າງປະເທດໄຕມາດທີ 2 ປີ 2022 ດ້ວຍຫົວຂໍ້ “ການພົວພັນລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ, ການພົວພັນ ຫວຽດນາມ - ລາວ ແລະ ການພົວພັນ ຫວຽດນາມ - ກຳປູເຈຍ”.

ກອງປະຊຸມດຳເນີນແບບທາງໄກ ຢູ່ສູນກາງຄະນະຊາວໜຸ່ມໂດຍມີການເຊື່ອມຕໍ່ກັບສະຖານທີ່ຢູ່ບັນດາຄະນະຊາວໜຸ່ມແຂວງ, ຄະນະຊາວໜຸ່ມນະຄອນ, ເພື່ອແນໃສ່ປະກອບສ່ວນຍົກສູງຄວາມຮັບຮູ້ກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ. ພ້ອມທັງຢືນຢັນວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ, ກຳປູເຈຍ ແມ່ນບັນຫາຍຸດທະສາດ, ມີຄວາມໝາຍເປັນຕາຍ ແລະ ແມ່ນກົດເກັນຄົງຕົວໃນການພັດທະນາຂອງແຕ່ລະປະເທດ.


top