ຂ່າວສານ

ຍົກສູງຄວາມສາມາດດ້ານພາສາ ຫວຽດ ໃຫ້ແກ່ພະນັກງານ, ພາລະກອນຂະແໜງເຕັກໂນໂລຊີສື່ສານ ລາວ

ການບຳລຸງສ້າງ ພາສາ ຫວຽດ ຢູ່ສູນແມ່ນຂໍ້ລິເລີ່ມ ເພື່ອໃຫ້ບັນດານັກສຳມະນາກອນ ອາດສາມາດຍົກສູງລະດັບການຮ່ຳຮຽນ ແລະ ສຳພັດກັບບັນດາພາຫະນະສື່ມວນຊົນ
  ພິທີໄຂຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ. (ພາບ:TTXVN)  

ຕອນເຊົ້າວັນທີ 4 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ມະຫາວິທະຍາໄລ ກືວລອງ ສົມທົບກັບສະຖາບັນເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ສື່ສານ, ກະຊວງ ເຕັກໂນໂລຊີ ແລະ ສື່ສານ ສປປ ລາວ ໄດ້ໄຂຊຸດຝືກອົບຮົບພາສາ ຫວຽດ ຊຸດທີ 1 ໃຫ້ແກ່ບັນດາ ພະນັກງານ ຢູ່ພາຍໃນ ແລະ ນອກ ກະຊວງ.

ກ່າວຄຳເຫັນນະທີ່ນີ້, ທ່ານ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ສື່ສານ ສປປ ລາວ ໃຫ້ຮູ້ວ່າ: ການບຳລຸງສ້າງ ພາສາ ຫວຽດ ຢູ່ສູນແມ່ນຂໍ້ລິເລີ່ມ ເພື່ອໃຫ້ບັນດານັກສຳມະນາກອນ ອາດສາມາດຍົກສູງລະດັບການຮ່ຳຮຽນ ແລະ ສຳພັດກັບບັນດາພາຫະນະສື່ມວນຊົນ, ວິທະຍາສາດເຕັກນິກທີ່ມີປະໂຫຍດຂອງ ຫວຽດນາມ. ທ່ານຮອງລັດຖະມົນຕີ ສັນຕິສຸກ ສິມມາລາວົງ ປາດຖະໜາຢາກສືບຕໍ່ເປີດກ້ວາງຊຸດຝຶກອົບຮົບພາສາ ຫວຽດ ເປັນຫຼາຍຮູບຫຼາຍແບບກ່ວາອີກ; ສົມທົບກັນເປີດຫຼາຍຊຸດອົບຮົມສຳລັບຫຼາຍຂະແໜງຕື່ມອີກ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງລາວ ກໍ່ຄືກຽມພ້ອມຕອບສະໜອງແຫຼ່ງຊັບພະຍາກອນມະນຸດມີລະດັບສູງ ແລະ ຄຸນນະພາບສູງໃຫ້ສັງຄົມລາວ.


top