ແຟຊັ່ນ

ຍົກສູງການອະນຸລັກຮັກສາ

 
ໃນງານລາຕີການສະແດງ “ຊຸດປະຈຳຊາດ ອ໋າວຢ່າຍຫວຽດນາມ ໃນແຕ່ລະ ຍຸກສະໄໝ” ໄດ້ຖືກຈັດຂຶ້ນ ທີ່ສູນວາງສະແດງ ສິລະປະ ວັດທະນະທຳ ຫວຽດ ນາມ, ສ້າງຄວາມດູດດຶງໃຈ ຕໍ່ຊາວນະຄອນຫຼວງ ເປັນຈຳນວນຫຼວງຫຼາຍ.

 

 
ໃນເວທີການສະແດງ, ບັນດາທ່ານຜູ້ຊົມສາມາດເຫັນໄດ້ປະຈັກຕາເຖິງຄວາມງົດງາມຢ່າງມີສະເໜ່ຂອງຊຸດປະຈຳຊາດ ອ໋າວ ຢ່າຍຫວຽດນາມ ຜ່ານຫຼາຍສີສັນ ແລະຮູບຊົງຕ່າງໆທີ່ແຕກຕ່າງກັນຂອງແຕ່ລະຍຸກສະໄໝ ແຫ່ງການພັດທະນາ ຂອງເພດຊົງ ປະຈຳຊາດຫວຽດນາມ. ນາງ ມິງແຮ່ງ, ນັກອອກແບບທີ່ມີຊື່ສຽງຂອງຫວຽດນາມ ໄດ້ນຳສະເໜີຕໍ່ທ່ານຜູ້ຊົມໃນຊຸດສະສົມອ໋າວ ຢ່າຍຮູບຊົງຕ່າງໆ ຜ່ານການສະແດງ 3 ພາກ ຂອງລາຍການຄື:

Ảnh đẹp - Báo Ảnh

Ảnh đẹp - Báo Ảnh Ảnh đẹp - Báo Ảnh
Ảnh đẹp - Báo Ảnh Ảnh đẹp - Báo Ảnh

ເປີດສາກການສະແດງ ແມ່ນຊຸດສະສົມທີ່ມີຊື່ວ່າ “ອະດີດແລະປັດຈຸບັນ” ຊຶ່ງເປັນຂີດໝາຍແຫ່ງການກັບຄືນມາ ຂອງຊຸດອ໋າວ ຢ່າຍ ຕາມແບບດັ່ງເດີມ (ກຼາດຊິກ) ອັນໄດ້ສ້າງຄວາມຈັບອົກຈັບໃຈແກ່ຜູ້ຊົມໄດ້ເປັນຢ່າງດີ. ຊຶ່ງຊຸດອ໋າວຢ່າຍທັງໝົດເຫຼົ່ານັ້ນ ໄດ້ຮັບການອອກແບບຢ່າງປານີດ ຢູ່ບົນຜືນຜ້າໄໝທີ່ໄດ້ປະດັບປະດາໄປດ້ວຍຮູບດອກບົວຈາກສີມື ແລະ ຄວາມຊຳນິຊຳນານ ຂອງນັກອອກແບບ ມິງແຮ່ງ ຊຶ່ງເພິ່ນຮູ້ປະສົມປະສານກັນຢ່າງກົມກຽວລະຫວ່າງສີສັນ ແລະ ວັດຖຸທີ່ມີຄວາມນິ້ມນວນ ແລະລະ ອຽດອ່ອນເປັນທີ່ສຸດໃນຊຸດອ໋າວຢ່າຍດັ່ງກ່າວ. ຮູບພາບຂອງຍຸວັນນາລີຮ່າໂນ້ຍສະໄໝກ່ອນ ໃນຜືນເສື້ອອາພອນຕ່າງໆເຫຼົ່ານັ້ນ ຊຶ່ງມີທັງສີໝາກກະເບົາ, ສີຟ້າ ແກ່, ສີແດງ, ສີສົ້ມ, ສີເຫຼືອງ ແລະ ອື່ນໆ… ໄດ້ປາກົດຂຶ້ນມາອີກໃໝ່ໃນຄວາມງາມຢ່າງມີສະເໜ່ ແລະ ສຸພາບຮຽບຮ້ອຍຫາອັນປຽບໄດ້ຍາກ.

Ảnh đẹp - Báo Ảnh Ảnh đẹp - Báo Ảnh
Ảnh đẹp - Báo Ảnh Ảnh đẹp - Báo Ảnh

ຖ້າຫາກວ່າການສະແດງໃນພາກທີ່ໜຶ່ງໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມຈາກຄວາມງາມຂອງອ໋າວຢ່າຍແບບກຼາສຊິກແລ້ວ, ພາກທີ່ສອງ ພັດແມ່ນຮູບພາບອັນສວຍງາມຂອງປະເທດຫວຽດນາມ ໃນໄລຍະແຫ່ງການເຊື່ອມໂຍງ ຊຶ່ງໄດ້ປາກົດຂຶ້ນ ຢ່າງ ເດັ່ນຊັດ ຜ່ານຊຸດສະສົມທີ່ມີຫົວຂໍ້ວ່າ “ອ໋າວຢ່າຍທີ່ບໍ່ມີເຂດແດນ” ໂດຍໄດ້ລິເລີ່ມຈາກແນວຄວາມຄິດ ຂອງຮູບແບບອາພອນ ທີ່ເປັນມູນເຊື້ອປະຈຳຊາດຈຳນວນໜຶ່ງຄື: ສ.ເກົາຫຼີ, ອິນເດຍ, ສປ. ຈີນ, ຍີ່ີປຸ່ນ, ມາເລເຊຍ, ໄທ. ນັກອອກແບບມິງແຮ່ງ ໄດ້ອີງ ໃສ່ຈຸດພິເສດດັ່ງກ່າວ ນຳມາປະດິດເປັນຊຸດສະສົມອ໋າວຢ່າຍຫວຽດນາມ ໂດຍການປະສົມປະສານເຂົ້າກັນລະຫວ່າງ ຮູບແບບ ຂອງຊຸດອ໋າວຢ່າຍປະຈຳຊາດຫວຽດນາມ ກັບສີສັນ ແລະ ລວດລາຍຂອງຊຸດປະຈຳຊາດປະເທດເພື່ອນມິດອື່ນໆ ໄດ້ຢ່າງກົມ ກຽວ ແລະ ງາມຕາ. ຕົວຢ່າງຄື: ມິງແຮ່ງ ໄດ້ນຳໃຊ້ສີສັນຂອງຊຸດຊາຣິ(ອິນເດຍ), ແບບລາຍດອກພື້ນເມືອງຂອງສະໂຫຼ່ງ ແລະ ແບບດອກເຊຣີຂອງກິໂມໂນ (ຍີ່ປຸ່ນ). ມາເປັນຊຸດສະສົມ“ອ໋າວຢ່າຍທີ່ບໍ່ມີເຂດແດນ” ດັ່ງກ່າວ ອອກມາສູ່ວົງການອາພອນເພດ ຊົງຫວຽດນາມ ແລະ ມັນແມ່ນຄວາມຄິດໃໝ່ໆ ກ່ຽວກັບການຕົບແຕ່ງຮູບແບບການປະດັບປະດາ ໃນຊຸດອາພອນປະຈຳຊາດ ຫວຽດນາມ. ພາກສຸດທ້າຍຂອງການສະແດງແມ່ນຊຸດສະສົມອ໋າວຢ່າຍ ທີ່ສະຫງວນໃຫ້ແກ່ແມ່ຍິງຜູ້ຂະຫຍັນຂັນແຂງ ແລະ ຜູ້ ມີຫົວຄິດປະດິດຄິດສ້າງສູງນີ້ ແມ່ນຊຸດອ໋າວຢ່າຍທີ່ມີຮູບຊົງແບບທັນສະໄໝ ແລະ ມີຄຸນລັກສະນະການນຳໃຊ້ສູງ. ງານລາຕີການສະແດງແຟຊັ່ນຊຸດປະຈຳຊາດຫວຽດນາມດັ່ງກ່າວ ໄດ້ຊ່ວຍໃຫ້ຜູ້ຊົມສາມາດເຫັນໄດ້ ຮູບພາບອັນສວຍງາມ ຂອງຊຸດອ໋າວຢ່າຍທີ່ຕິດພັນກັບພື້ນຖານວັດທະນະທຳ ແລະ ປະຫວັດສາດອັນເປັນມູນເຊື້ອຂອງຊາວຫວຽດນາມມາຢ່າງຍາວ ນານ.
ບົດ: ຮ່າແອງ - ພາບ: ອານແທງດາດ

top