ເຫດການ ແລະ ບັນຫາ

ຍົກລະດັບຄູ່ຮ່ວມມືຍຸດທະສາດ ເລິກເຊິ່ງ ແລະ ກວ້າງຂວາງ ຫວຽດນາມ-ຍີ່ປຸ່ນ

ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານນາຍົກລັດຖະມົນ ຕີ ຟ້າມມິງຈິ໋ງ ນຳໜ້າ ຫາກໍ່ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມແຕ່ວັນທີ 22-25 ພະຈິກ 2021, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນ ຕີ ຟ້າມມິງຈິ໋ງ ໄດ້ຢັ້ງຢືນຄືນໃໝ່ ຄວາມຕັດສິນໃຈຂອງ ຫວຽດນາມ ແລະ ຍີ່ປຸ່ນ ນຳສາຍພົວພັນຄູ່ຮ່ວມມືຍຸດທະສາດ ເລິກເຊິ່ງ ແລະ ກວ້າງຂວາງ ເພື່ອສັນຕິພາບ ແລະ ວັດທະນາຖາວອນ ຢູ່ ອາຊີ ພັດທະນາຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບເລິກເຊິ່ງ, ມີເນື້ອແທ້ ແລະ ມີປະສິດທິຜົນ. 
ຈຸດພິເສດແມ່ນການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນ ຕີ ຟ້າມມິງຈິ໋ງ ເປັນການຢ້ຽມຢາມເປັນທາງການ ຍີ່ປຸ່ນ ຄັ້ງທຳອິດຂອງຜູ້ນຳລັດຖະບານ ແລະ ທ່ານນາຍົກລັດຖະມົນ ຕີ ຟ້າມມິງຈິ໋ງ ກໍ່ເປັນແຂກຕ່າງປະເທດຜູ້ທຳອິດຂອງລັດຖະບານໃໝ່ຂອງ ຍີ່ປຸ່ນ. ຍີ່ປຸ່ນ ເປັນຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງ ຫວຽດນາມ ແລະ ເປັນຄູ່ຮ່ວມມືມີອິດທິຜົນຊື່ສຽງນັບມື້ນັບໃຫຍ່ກວ່າ ໃນບັນດາບັນຫາໃນພາກພື້ນ ແລະ ສາກົນ.

ຄູ່ຮ່ວມມືສະໜິດຊິດເຊື້ອ ແລະ ເຊື່ອຖື

ຍີ່ປຸ່ນ ເປັນຄູ່ຮ່ວມມືອັນດັບ 1 ກ່ຽວກັບການຊ່ວຍເຫຼືອພັດທະນາຢ່າງເປັນທາງການ (ODA), ອັນດັບ 2 ກ່ຽວກັບການລົງທຶນ, ອັນດັບ 3 ກ່ຽວກັບການທ່ອງທ່ຽວ, ອັນດັບ 4 ກ່ຽວກັບການຄ້າຂອງ ຫວຽດນາມ, ເປັນປະເທດມີຊາວ ຫວຽດນາມ ເກືອບ 450.000 ຄົນດຳລົງຊີວິດ ແລະ ເຮັດວຽກ. 
ທີ່ບັນດາການພົບປະໃນກອບຂອງການຢ້ຽມຢາມເປັນທາງການ ຍີ່ປຸ່ນ ຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານນາຍົກລັດຖະມົນ ຕີ ຟ້າມມິງຈິ໋ງ ນຳໜ້າ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ການພັດທະນາຢ່າງແຂງແຮງ, ຮອບດ້ານ ແລະ ມີເນື້ອແທ້ຂອງການພົວພັນສອງປະເທດ ໃນ ຫຼາຍຂົງເຂດ; ຢັ້ງຢືນ ຍີ່ປຸ່ນ ແລະ ຫວຽດນາມ ເປັນຄູ່ຮ່ວມມືສຳຄັນຂອງກັນ ແລະ ກັນ, ແບ່ງປັນຫຼາຍຜົນປະໂຫຍດຍຸດທະສາດ. 



ຕອນບ່າຍວັນທີ 24 ພະຈິກ, ຢູ່ທຳນຽບນາຍົກລັດຖະມົນຕີ ຍີ່ປຸ່ນ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດພາຍໃຕ້ການເປັນເຈົ້າພາບຂອງ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumino. ພາບ: ເຢືອງຢາງ/VNA 



ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumino ຖ່າຍຮູບຮ່ວມກັນ. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ພົບປະເຈລະຈາກັບ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumino ຖ່າຍຮູບຮ່ວມກັນ. ພາບ: ເຢືອງຢາງ/VNA


ຕອນຄຳ່ວັນທີ 24 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumino ໄດ້ເປັນສັກຂີພິຍານ ໃນພິທີແລກປ່ຽນບັນດາເອກະສານວ່າດ້ວຍການຮ່ວມມື ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ. ໃນພາບ: ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumino ໃນພິທີແລກປ່ຽນບັນດາເອກະສານວ່າດ້ວຍການຮ່ວມມື. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumino ໄດ້ເປັນສັກຂີພິຍານ ໃນພິທີແລກປ່ຽນສັນຍາໜູນຊ່ວຍຍຸຕິທຳກ່ຽວກັບຄະດີ ອາຍາ ລະຫວ່າງສອງປະເທດ ຫວຽດນາມ ແລະ ຍີ່ປຸ່ນ. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumino ໄດ້ເປັນສັກຂີພິຍານ ໃນພິທີແລກປ່ຽນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງສັບພະຍາກອນ ສິ່ງແວດລ້ອມ ຫວຽດນາມ ແລະ ກະຊວງດິນແດນ, ພື້ນຖານໂຄງລ່າງ ຄົມມະນາຄົມ ແລະ ທ່ອງທ່ຽວ ຍີ່ປຸ່ນ ໃນຂົງເຂດດິນແດນ, ສັບພະຍາກອນນຳ້, ອຸຕຸນິຍົມ ແລະ ຂໍ້ມູນຂ່າວສານພູມີປະເທດ. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumino ໄດ້ເປັນສັກຂີພິຍານ ໃນພິທີແລກປ່ຽນບົດບັນທຶກຊ່ວຍຈຳ ລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ຍີ່ປຸ່່ນ ກ່ຽວກັບການຮ່ວມມື ປ້ອງກັນຄວາມສະຫງົບ ເຄືອຂ່າຍ ອິນເຕີເນັດ. ພາບ: ເຢືອງຢາງ/VNA



ຕອນບ່າຍວັນທີ 24 ພະຈິກ 2021, ທີ່ນະຄອນຫຼວງ ໂຕກຽວ,ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາຕໍ່ ຍີ່ປຸ່ນ Hosoda Hiroyuki. ພາບ: ເຢືອງຢາງ/VNA


ຕອນບ່າຍວັນທີ 24 ພະຈິກ 2021, ທີ່ນະຄອນຫຼວງ ໂຕກຽວ,ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ມີການພົບປະແລກປ່ຽນຄວາມຄິດເຫັນກັບທ່ານນາງປະທານສະພາສູງ ຍີ່ປຸ່ນ Santo Akiko. ພາບ: ເຢືອງຢາງ/VNA

ໃນສອງວັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ມີເກືອບ 50 ການເຄື່ອນໄຫວຕ້ອນຮັບ ແລະ ພົບປະກັບບັນດາການນຳ ຍີ່ປຸ່ນ, ແຕ່ການນຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ອະດີດການນຳຂອງ ຍີ່ປຸ່ນ, ການນຳພັກກອມມູນິດ, ພັກ ກົງມິງ, ການນຳບັນດາທ້ອງຖິ່ນ, ບັນດາມະຫາວິທະຍາໄລ ແລະ ບັນດາວິສາຫະກິດແຖວໜ້າຂອງ ຍີ່ປຸ່ນ, ພົບປະກັບປະຊາຄົມຊາວ ຫວຽດນາມ, ຜູ້ຕາງໜ້າ ປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ. 
ບັນດາການຢ້ຽມຢາມ ແລະ ພົບປະລະຫວ່າງການນຳຂັ້ນສູງສອງປະເທດ ໄດ້ຮັກສາເປັນປະຈຳ ຈະປະກອບສ່ວນເພີ່ມທະວີການພົວພັນດ້ານການເມືອງ. ການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນທີ່ຂະຫຍັນຂັນເຂື່ອນ, ປະກອບ ສ່ວນຊຸກຍູ້ການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ. ສອງຝ່າຍກໍ່ບັນລຸໄດ້ຫຼາຍການພັດທະນາມີເນື້ອແທ້ໃນການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ລວມມືປ້ອງກັນຄວາມສະຫງົບ, ກະສິກຳ, ວິທະຍາສາດ-ເຕັກໂນໂລຊີ, ການກສຶກສາ ແລະ ບຳລຸງສ້າງ, ສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແຮງງານ, ກໍ່ສ້າງ, ສາທາລະນະສຸກ, ວັດທະນະທຳ, ການທ່ອງທ່ຽວ, ກິລາ, ການພົບປະສ້າງສັນລະຫວ່າງທ້ອງຖິ່ນ ແລະ ປະຊາຊົນ...

ຮ່ວມແຮງຮ່ວມໃຈແກ້ໄຂສິ່ງທ້າທາຍ

ໃນສະພາບການໂລກລະບາດ ໂຄວິດ-19 ສ້າງຜົນກະທົບຢ່າງໜັກໜ່ວງດ້ານເສດຖະກິດ-ສັງຄົມ ຢ່່າງບໍ່ເຄີຍເຫັນມາກ່ອນໃຫ້ແກ່ທຸກປະເທດໃນໂລກ, ໃນນັ້ນ ມີ ຫວຽດນາມ ແລະ ຍີ່ປຸ່ນ, ສອງຝ່າຍເປັນເອກະສັນກັນ ຈະຮ່ວມມືຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາມາດຕະການ ສະກັດກັ້ນ ແລະ ຕ້ານການແຜ່ລະບາດເຊື້ອໄວຣັດ ໂຄວິດ-19. 




ຕອນບ່າຍວັນທີ 24 ພະຈິກ 2021, ທີ່ນະຄອນຫຼວງ ໂຕກຽວ,ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ມີການພົບປະ ກັບທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo. ພາບ: ເຢືອງຢາງ/VNA



ຕອນເຊົ້າວັນທີ 25 ພະຈິກ 2021, ທີ່ນະຄອນຫຼວງ ໂຕກຽວ,ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ມີການພົບປະ ກັບທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide. ພາບ: ເຢືອງຢາງ/VNA



ຕອນເຊົ້າວັນທີ 23 ພະຈິກ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ໄດ້ມາຢ້ຽມຢາມແຂວງ Tochigi. ໃນພາບ: ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ພົບປະກັບທ່ານ Fukuda Tomikazu, ເຈົ້າແຂວງ Tochigi. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ແລະ ທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ແລະ ທ່ານປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ Nikai Toshihiro ເຂົ້າຮ່ວມພິທີສົ່ງໝາກກ້ຽງນ້ອຍ Unshu ອອກໄປສູ່ຕະຫຼາດ ຫວຽດນາມ. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ແລະ ທ່ານ Fukuda Tomikazu, ເຈົ້າແຂວງ Tochigi ພ້ອມກັບບັນດາທ່ານຜູ້ແທນຖ່າຍຮູບຮ່ວມກັນ. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ເຂົ້າຮ່ວມ ແລະ ມີບົດກ່າວປາໄສ ທີ່ເວທີປາໄສເສດຖະກິດ ຫວຽດນາມ- Tochigi ດ້ວຍຫົວຂໍ້ “ໂອກາດພົບປະສ້າງສັນທ້ອງຖິ່ນ, ເຊື່ອມຕໍ່ວິສາຫະກິດ”. ພາບ: ເຢືອງຢາງ/VNA



ຕອນບ່າຍວັນທີ 23 ພະຈິກ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ມີການຕ້ອນຮັບວິສາຫະກິດ ຍີ່ປຸ່ນ ທີ່ພວມມີການລົງທຶນຢູ່ ຫວຽດນາມ. ໃນພາບ: ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ຕ້ອນຮັບທ່ານ Ryutaro Hirai, ຮອງຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Sojitz. ພາບ: ເຢືອງຢາງ/VNA



ຕອນເຊົ້າວັນທີ 24 ພະຈິກ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ພົບປະ, ເຮັດວຽກກັບການນຳບັນດາກຸ່ມບໍລິສັດໃຫຍ່ຂອງ ຍີ່ປຸ່ນ ໃນຂົງເຂດຫັນເປັນດີຈີຕອນ. ພາບ: ເຢືອງຢາງ/VNA



ຕອນເຊົ້າວັນທີ 24 ພະຈິກ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ຕ້ອນຮັບທ່ານ Shicichi Kitaoka, ປະທານອົງການຮ່ວມມືສາກົນ ຍີ່ປຸ່ນ JICA.
ພາບ: ເຢືອງຢາງ/VNA




ຕອນເຊົ້າວັນທີ 24 ພະຈິກ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ຕ້ອນຮັບທ່ານ Yamaguchi Natsuo, ປະທານພັກ ກົງມິນ. ພາບ: ເຢືອງຢາງ/VNA



ຕອນເຊົ້າວັນທີ 24 ພະຈິກ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ຕ້ອນຮັບການນຳກຸ່ມບໍລິສັດ ການຢາ Shionogi. ພາບ: ເຢືອງຢາງ/VNA



ຕອນເຊົ້າວັນທີ 24 ພະຈິກ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ຕ້ອນຮັບທ່ານ Higashihara Toshiaki, ປະທານສະພາບໍລິຫານ ກຸ່ມບໍລິສັດ Hitachi   . ພາບ: ເຢືອງຢາງ/VNA



ຕອນເຊົ້າວັນທີ 24 ພະຈິກ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ຕ້ອນຮັບການນຳ ມະຫາວິທະຍາໄລ Hiroshima. ພາບ: ເຢືອງຢາງ/VNA


ຕອນບ່າຍວັນທີ 24 ພະຈິກ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ມີການໂອ້ລົມກັນກັບບັນດານັກລົງທຶນ ຍີ່ປຸ່ນ. ພາບ: ເຢືອງຢາງ/VNA

ຫວຽດນາມ ແລະ ຍີ່ປຸ່ນ ເປັນເອກະສັນກັນ ຈະສ້າງຄວາມສະດວກໃຫ້ແກ່ການຊຸກຍູ້ການເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດສອງປະເທດ, ປົວແປງໃຫ້ດີຂຶ້ນ ສະພາບແວດລ້ອມການລົງທຶນຜ່ານການຮ່ວມມືໃນບັນດາຂົງເຂດຄື: ແລກປ່ຽນດີຈີຕອນ, ຫັນເປັນຫຼາຍຮູບຫຼາຍແບບ ພື້ນຖານຜະລິດ, ພັດທະນາບັນດາຂະແໜງການອຸດສາຫະກຳໜູນຊ່ວຍ, ຫັນໄປເຖິງການກໍ່ສ້າງລະບົບສະໜອງຜະລິດຕະພັນຢ່າງໝັ້ນຄົງ ຢູ່ໃນໂລກ, ລວມທັງຢູ່ ຫວຽດນາມ ແລະ ຍີ່ປຸ່ນ ອີກດ້ວຍ. ຄວາມພະຍາຍາມດັ່ງກ່່າວ ເປັນກຸນແຈເພື່ອຟື້ນຟູເສດຖະກິດພາຍຫຼັງໂລກລະບາດ. ສອງຝ່າຍສືບຕໍ່ຮ່ວມມືໃນຂົງເຂດພັດທະນາອຸດສາຫະກຳ, ເປີດກວ້າງຂະໜາດການຮ່ວມມືກ່ຽວກັບການບຳລຸງສ້າງ, ປຶກສາ ແລະ ຟັງຄວາມຄິດເຫັນກ່ຽວກັບການປ່ຽນແປງໃໝ່, ເຊື່ອມຕໍ່ການເຮັດທຸລະກິດ, ກໍ່ສ້າງຄວາມສາມາດໃຫ້ແກ່ວິສາຫະກິດ ຫວຽດນາມ ໃນຂົງເຂດຜະລິດ ແລະ ປະດິດສ້າງ ແນໃສ່ຊ່ວຍເຫຼືອບັນດາວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດດັ່ງກ່າວ ໄດ້ເຂົ້າຮ່ວມໃນລະບົບສະໜອງຜະລິດຕະພັນຂອງບັນດາບໍລິສັດ ຍີ່ປຸ່ນ ປະຈຳ ຫວຽດນາມ, ໃນພາກພື້ນ ແລະ ໂລກ. 

ບັນດາສະມາຊິກຂອງຄະນະ ກໍ່ມີເກືອບ 20 ການພົບປະກັບຄູ່ຮ່ວມມື ເພື່ອແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນດາຂົງເຂດຮ່ວມມືໃນຂະແໜງສະເພາະ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ. 11 ເອກະສານໄດ້ລົງນາມ, ແລກປ່ຽນລະຫວ່າງບັນດາກະຊວງ, ຂະແໜງການ, ອົງການ ແລະ ວິສາຫະກິດສອງປະເທດ.
ປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ພັດທະນາໃນພາກພື້ນ
 
ໃນຖະແຫຼງການຮ່ວມ ຫັນໄປເຖິງໄລຍະໃໝ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ແລະ ກວ້າງຂວາງ ຫວຽດນາມ-ຍີ່ປຸ່ນ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ, ສອງຝ່າຍໄດ້ຢັ້ງຢືນຄືນໃໝ່ ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຢ່າງເລິກເຊ່ິງ ແລະ ກວ້າງຂວາງ ທີ່ບັນດາເວທີໃນພາກພື້ນ ແລະ ສາກົນຄື: ສະຫະປະຊາຊາດ, ເວທີປາໄສ ຮ່ວມມືເສດຖະກິດ ອາຊີ-ປາຊີຟີກ (APEC), ເວທີປາໄສ ຮ່ວມມື ອາຊີ-ເອີຣົບ (ASEM), ກອງປະຊຸມຂັ້ນສູງ ສະມາຄົມບັນດາປະເທດ ອາຊີ ຕາເວັນອອກສ່ຽງໃຕ້ ( ASEAN)-ຍີ່ປຸ່ນ... ແນໃສ່ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາທີ່ພາກພື້ນ ແລະ ໂລກ. ເນັ້ນໜັກ ຫວຽດນາມ ແລະ ອາຊຽນ ເປັນບັນດາຄູ່ຮ່ວມມືສຳຄັນ, ທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ຢັ້ງຢືນວ່າ ຍີ່ປຸ່ນ ຈະສະໜັບສະໜູນ ແລະ ຮ່ວມມື ຕາມຫຼັກການເຄົາລົບນັບຖື ບົດບາດເປັນໃຈກາງຂອງສະມາຄົມ.



ຕອນເຊົ້າວັນທີ 25 ພະຈິກ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ຕ້ອນຮັບທ່ານ Sasaki Nobuhiko, ປະທານອົງການສົ່ງເສີມການຄ້າ ຍີ່ປຸ່ນ. ພາບ: ເຢືອງຢາງ/VNA



ຕອນເຊົ້າວັນທີ 25 ພະຈິກ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ຍີ່ປຸ່ນ ດ້ວຍຫົວຂໍ້ “ຫວຽດນາມ-ຍີ່ປຸ່ນ ຍົກສູງການພົວພັນ, ຮ່ວມມື ພ້ອມກັນພັດທະນາ”. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ກ່າວຄຳເຫັນໃນກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ຍີ່ປຸ່ນ ດ້ວຍຫົວຂໍ້ “ຫວຽດນາມ-ຍີ່ປຸ່ນ ຍົກສູງການພົວພັນ, ຮ່ວມມື ພ້ອມກັນພັດທະນາ”. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ໄດ້ເປັນສັກຂີພິຍານ ພິທີແລກປ່ຽນບັນດາເອກະສານວ່າດ້ວຍການຮ່ວມມືລະຫວ່າງວິສາຫະກິດສອງປະເທດ. ພາບ: ເຢືອງຢາງ/VNA



ຕອນເຊົ້າວັນທີ 25 ພະຈິກ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ຕ້ອນຮັບທ່ານ Kuroiwa Yuji, ເຈົ້າແຂວງ Kanagawa. ພາບ: ເຢືອງຢາງ/VNA



ຕອນຄຳ່ ວັນທີ 25 ພະຈິກ 2021, ທີ່ສະໜາມບິນສາກົນ ໂນ້ຍບ່າຍ ໄຂຂຶ້ນພິທີມອບຮັບ ວັກຊີນ AstraZeneca ດ້ວຍຈຳນວນ 1.540.000 ໂດສ ຈາກລັດຖະບານ ຍີ່ປຸ່ນ ຊ່ວຍເຫຼືອຫຼ້າ ແລະ 1 ລ້ານໂດລາສະຫະລັດ ໂດຍທະນາຄານ SMBC (ຍີ່ປຸ່ນ) ອຸປະຖຳໃຫ້ແກ່ລັດຖະບານ ຫວຽດນາມ ຮັບໃຊ້ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ພາບ: ຟ້າມກຽນ/VNA


ນາຍົກລັດຖະມົນຕີທັງສອງ ກໍ່ເປັນເອກະສັນກັນ ຈະຊຸກຍູ້ກວ່າເກົ່າການຄ້າເສລີ,​ໃນນັ້ນ ມີການຍົກສູງບັນດາມາດຕະຖານຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟີກ (CPTPP) ແລະ ສົມທົບຮັບປະກັນປະຕິບັດຢ່າງຄົບຖ້ວນ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP), ຄາດຄະເນວ່າ ຈະມີຜົນສັກສິດແຕ່ວັນທີ 2022. 

 
ປະຕິບັດ: VNA/VNP

top