ຂ່າວສານ

ຍົກລະດັບການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ອິນເດຍ

    ຜົນສຳເລັດຂອງການຢ້ຽມຢາມໄດ້ປະກອບສ່ວນຍົກສູງການພົວພັນຄູ່ຮ່ວມມືຍຸດທະສາດກັບ ສ.ເກົາຫຼີ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ ແລະ ໃນຫຼາຍຂົງເຂດອື່ນໆອີກ.
(ພາບໃນພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ
ຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ)
      ວັນທີ 19 ທັນວາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ແລະ ອິນເດຍ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seung, ທ່ານປະທານສະພາຕ່ຳ ອິນເດຍ Om Birla ແລະ ທ່ານປະທານສະພາສູງ ອິນເດຍ Venkaiah Naidu ໃນລະຫວ່າງວັນທີ 12 – 19 ທັນວາ. ຜົນສຳເລັດຂອງການຢ້ຽມຢາມໄດ້ປະກອບສ່ວນຍົກສູງການພົວພັນຄູ່ຮ່ວມມືຍຸດທະສາດກັບ ສ.ເກົາຫຼີ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ ແລະ ໃນຫຼາຍຂົງເຂດອື່ນໆອີກ.
        ໃນເວລາ 6 ວັນ, ດ້ວຍການເຄື່ອນໄຫວຢ່າງໜາແໜ້ນດ້ວຍເກືອບ 70 ເຫດການຢ່າງຕໍ່ເນື່ອງຢູ່ 2 ປະເທດ, ໃນນັ້ນມີບັນດາການພົບປະຂັ້ນສູງຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະປະຕິບັດງານ, ບັນດາການພົວພັນແລກປ່ຽນ, ຮ່ວມມື, ເຊື່ອມຕໍ່ທ້ອງຖິ່ນ ແລະ ວິສາຫະກິດຂອງ 2 ຝ່າຍ… ໄດ້ປະກອບສ່ວນສືບຕໍ່ປັບປຸງ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ສ.ເກົາຫຼີ ແລະ ການພົວພັນມິດຕະພາບຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ.
ເສີມຂະຫຍາຍທ່າແຮງດ້ານການທູດລັດຖະສະພາໃນການພົວພັນ 2 ຝ່າຍ
        ການຢ້ຽມຢາມ ສ.ເກົາຫຼີ ແລະ ອິນເດຍ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ສືບຕໍ່ເສີມຂະຫຍາຍທ່າແຮງຂອງການທູດລັດຖະສະພາ ໃນການພົວພັນ 2 ຝ່າຍກັບ 2 ຄູ່ຮ່ວມມືຍຸດທະສາດສຳຄັນຢູ່ພາກພື້ນ ອາຊີ. ການຢ້ຽມຢາມໄດ້ປະກອບສ່ວນປັບປຸງການພົວພັນດ້ານການເມືອງທີ່ມີຄວາມໄວ້ເນື້ອເຊື່ອໃຈກັບການນຳຂັ້ນສູງສະພາແຫ່ງຊາດ ສ.ເກົາຫຼີ ແລະ ອິນເດຍ, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນກ່ຽວກັບບັນດາການເຄື່ອນໄຫວຂອງລັດຖະສະພາ ກໍຄືມາດຕະການຟື້ນຟູ, ພັດທະນາເສດຖະກິດໃນສະພາບໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນ.
        ໃນຂອບເຂດການຢ້ຽມຢາມ, ມີຂໍ້ຕົກລົງຮ່ວມມື 9 ສະບັບໄດ້ຮັບການລົງນາມລະຫວ່າງບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງຂອງ ຫວຽດນາມ ແລະ ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງຂອງ ສ.ເກົາຫຼີ ແລະ ອິນເດຍ, ພິເສດແມ່ນສັນຍາລະຫວ່າງລັດຖະບານ ຫວຽດນາມ ແລະ ສ.ເກົາຫຼີ ກ່ຽວກັບປະກັນສັງຄົມທີ່ໄດ້ຮັບການລົງນາມ, ສ້າງເງື່ອນໄຂສະດວກໃຫ້ແກ່ແຮງງານ ຫວຽດນາມ ເຮັດວຽກຢູ່ ສ.ເກົາຫຼີ ແລະ ແຮງງານ ສ.ເກົາຫຼີ ເຮັດວຽກຢູ່ ຫວຽດນາມ ໄດ້ຊົມໃຊ້ບັນດາລະບອບນະໂຍບາຍກ່ຽວກັບປະກັນສັງຄົມ, ຮັບປະກັນສິດຜົນປະໂຫຍດດີທີສຸດ. ພ້ອມກັນນັ້ນແມ່ນໃບຢັ້ງຢືນຈົດທະບຽນການລົງທຶນ ແລະ ຂໍ້ຕົກລົງຮ່ວມມື 39 ສະບັບທີ່ໄດ້ມອບແລ້ວ ເຊິ່ງມີມູນຄ່າຂຶ້ນເຖິງ 15 ຕື້ USD. ຄະນະຜູ້ແທນກໍ່ໄດ້ຮັບເອົາວັກຊິນກັນໂຄວິດ -19 ຈຳນວນ 200.000 ໂດສ ແລະ ວັດຖຸດິບເພື່ອຜະລິດຢາຕ້ານໂຄວິດ-19 ຈຳນວນ 1 ລ້ານໂຕນ ແລະ ເງິນໜູນຊ່ວຍຈາກບັນດາວິສາຫະກິດຂອງ ສ.ເກົາຫຼີ ແລະ ອິນເດຍ… ທ່ານເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸຍວັນເກືອງ, ໃຫ້ຮູ້ວ່າ:
        “ເລື່ອງປະເທດເພື່ອນມອບວັກຊິນຈຳນວນ 200.000 ໂດສສຳລັບເດັກ ແມ່ນມີຄວາມໝາຍສຳຄັນໃນຈຸດເວລາທີ່ພວກເຮົາພວມຍູ້ແຮງການສັກວັກຊິນປ້ອງກັນໃຫ້ແກ່ເດັກ, ຊ່ວຍໃຫ້ເດັກໄດ້ໄປໂຮງຮຽນເປັນປົກກະຕິ. ສ່ວນຢາປິ່ນປົວກວ່າ 4.000.000 ເມັດນັ້ນ ໄດ້ມີຄວາມໝາຍຢ່າງແທດຈິງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນສະພາບການປະຈຸບັນ. ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ໂດຍສະເພາະແມ່ນການລົງນາມໃນການຜະລິດຢາຢູ່ ຫວຽດນາມ ຈະຕັ້ງໜ້າປະກອບສ່ວນເຂົ້າໃນການຈຳກັດ ແລະ ຍູ້ໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ໃຫ້ຖອຍໄປ.”
(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານປະທານາທິບໍດີ ອິນເດຍ Ram Nath Kovind)
      ສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມື ເພື່ອການພັດທະນາຢ່າງວັດທະນາຖາວອນຢູ່ແຕ່ລະປະເທດ
        ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເປັນເອກະພາບຢ່າງສູງກັບປະທານສະພາແຫ່ງຊາດ ສ.ເກົາຫຼີ, ປະທານສະພາຕ່ຳ ແລະ ປະທານສະພາສູງ ອິນເດຍ ກ່ຽວກັບເລື່ອງ ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຂອງອົງການຂອງສະພາແຫ່ງຊາດແຕ່ລະປະເທດ, ບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ…, ພ້ອມແລ້ວທີ່ຈະແລກປ່ຽນ, ແບ່ງປັນເນື້ອໃນ ໃນການພົວພັນຂອງ 2 ປະເທດ, ບັນດາບັນຫາຢູ່ພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ເມື່ອຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ, ຮອບດ້ານ ຈະສ້າງກຳລັງແຮງສັງລວມ ເພື່ອຊຸກຍູ້ການຮ່ວມມືກັບບັນດາປະເທດ, ສ້າງການພົວພັນລະຫວ່າງລັດຖະສະພາໃຫ້ກາຍເປັນສາຍພົວພັນທີ່ເປັນແບບຢ່າງ, ຜ່ານນັ້ນ, ກໍຊຸກຍູ້ການຮ່ວມມື ແລະ ພັດທະນາ, ປະກອບສ່ວນເຂົ້າໃນການຮັບປະກັນສັນຕິພາບ, ມິດຕະພາບ, ການພັດທະນາຢ່າງວັດທະນາຖາວອນຂອງແຕ່ລະປະເທດ ແລະ ພາກພື້ນ. ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ມີທັດສະນະສະເໝີຕົ້ນສະເໝີປາຍ ສ້າງທຸກເງື່ອນໄຂອຳນວຍຄວາມສະດວກທີ່ສຸດ, ສືບຕໍ່ສ້າງລະບົບກົດໝາຍໃຫ້ສົມບູນແບບ, ກະຈ່າງແຈ້ງ, ໂປ່ງໄສ, ມີປະສິດທິຜົນ ເພື່ອໃຫ້ນັກລົງທຶນຕ່າງປະເທດມີຄວາມອຸ່ນອ່ຽນໃຈເຄື່ອນໄຫວຢ່າງຍາວນານຢູ່ ຫວຽດນາມ. ພິເສດ, ໃນການຢ້ຽມຢາມຄັ້ງນີ້, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ຫ້ອງວ່າການສະພາຕ່ຳ ອິນເດຍ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໃນຂົງເຂດຫໍສະໝຸດດີຈີຕອນ ແລະ ໂທລະພາບດີຈີຕອນ, ນີ້ແມ່ນໂອກາດທີ່ດີເພື່ອປະກອບສ່ວນສ້າງສະພາແຫ່ງຊາດເອເລັກໂຕນິກ ໃຫ້ນັບມື້ນັບບັນລຸປະສິດທິຜົນກວ່າ, ຮັບໃຊ້ໃຫ້ແກ່ການເຄື່ອນໄຫວຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດເປັນຢ່າງດີກວ່າ.
        ການຢ້ຽມຢາມ ສ.ເກົາຫຼີ ແລະ ອິນເດຍ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບນະໂຍບາຍຕ່າງປະເທດເປີດກວ້າງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ຢູ່ພາກພື້ນ ແລະ ສາກົນຢ່າງມີປະສິດທິຜົນ; ພ້ອມກັນນັ້ນ ກໍສືບຕໍ່ເສີມຂະຫຍາຍທ່າແຮງຂອງການທູດລັດຖະສະພາໃນການພົວພັນ ຝ່າຍກັບ 2 ຄູ່ຮ່ວມມືຍຸດທະສາດສຳຄັນຢູ່ພາກພື້ນ ອາຊີ.
(ແຫຼ່ງຄັດຈາກ VOV)


top