ກອງປະຊຸມສຳມະນາໄດ້ມີການເຂົ້າຮ່ວມຂອງຜູ້ແທນ 120 ທ່ານ ເຊິ່ງແມ່ນນັກຊ່ຽວຊານ, ນັກວິທະຍາສາດ, ນັກການທູດ ແລະ ຜູ້ຕາງໜ້າຂັ້ນສູງຢູ່ພາຍໃນ ແລະ ຕ່າງປະເທດ
ທີ່ກອງປະຊຸມສຳມະນາ (ພາບ: TTXVN)
ຕອນເຊົ້າວັນທີ 03 ທັນວາ, ຢູ່ ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ໄດ້ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ຈັດກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ “ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ ໃນສະພາບການໃໝ່”.
ກອງປະຊຸມສຳມະນາໄດ້ມີການເຂົ້າຮ່ວມຂອງຜູ້ແທນ 120 ທ່ານ ເຊິ່ງແມ່ນນັກຊ່ຽວຊານ, ນັກວິທະຍາສາດ, ນັກການທູດ ແລະ ຜູ້ຕາງໜ້າຂັ້ນສູງຢູ່ພາຍໃນ ແລະ ຕ່າງປະເທດ, ຜູ້ຕາງໜ້າບັນດາອົງການສາກົນ, ຄື: ສະຫະປະຊາຊາດ, ສະຫະພາບເອີລົບ; ບັນດາເອກອັກຄະລັດຖະທູດ, ອຸປະທູດທີ່ມາຈາກສະຖານທູດ ອາເມລິກາ, ຈີນ, ອິນເດຍ, ລາວ, ຍີ່ປຸ່ນ…
ຢູ່ທີ່ນີ້, ບັນດາຜູ້ແທນໄດ້ສຸມໃສ່ໄຈ້ແຍກການຫັນປ່ຽນພູມສາດການເມືອງ, ການປະຕິວັດອຸດສາຫະກຳ 4.0, ບັນດາສິ່ງທ້າຍແບບເກົ່າ - ແບບໃໝ່ ທີ່ພວມເກີດຂຶ້ນຢ່າງວ່ອງໄວ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ພ້ອມກັນນັ້ນກໍ່ຖືວ່າ, ຫວຽດນາມ ຕ້ອງເປັນເຈົ້າການ ແລະ ມີຫົວຄິດປະດິດສ້າງໃນການສ້າງລະບອບລະບຽບການໃຫ້ສົມບູນແບບ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເພີ່ມທະວີການຄົ້ນຄວ້າ, ການຄາດຄະເນຍຸດທະສາດ….