ຂ່າວສານ

ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ

      ວັນທີ 17 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການເຈລະຈາທາງອອນລາຍກັບທ່ານປະທານສະພາແຫ່ງຊາດຈີນ ລີ໊ຈານຊູ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ
(ພາບ: TTXVN)
      ທີ່ການເຈລະຈາ, ປະທານສະພາແຫ່ງຊາດ 2 ປະເທດລ້ວນແຕ່ສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ ໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ, ຕີລາຄາສູງບັນດາຜົນງານ, ໝາກຜົນໃນການພົວພັນສຳຄັນຂອງ 2 ພັກ, 2 ລັດ, ໂດຍສະເພາະແມ່ນການພົບປະແລກປ່ຽນ, ຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດໃນໄລຍະຜ່ານມາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາຢາກພ້ອມກັບທ່ານປະທານສະພາແຫ່ງຊາດ ຈີນ ລີ໊ຈານຊູ ຊີ້ນຳບັນດາອົງການທີ່ມີໜ້າທີ່ຂອງ 2 ຝ່າຍ ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ຈີນ ໃຫ້ເປັນຢ່າງດີ.
        ກ່ຽວກັບການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ຈີນ ເພີ່ມທະວີການນຳເຂົ້າສິນຄ້າຂອງຫວຽດນາມ, ເອົາໃຈໃສ່, ສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ເພີ່ມທະວີການສົມທົບກັນຄຸ້ມຄອງເຂດຊາຍແດນທາງບົກ, ຊຸກຍູ້ການພົວພັນແລກປ່ຽນ, ການແລກປ່ຽນການຄ້າ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ.
        ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ 2 ຝ່າຍສືບຕໍ່ມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກຢ່າງສົມເຫດສົມຜົນ, ເຄົາລົບຜົນປະໂຫຍດຖືກຕາມກົດໝາຍ ແລະ ຊອບທຳຂອງກັນ ບົນຈິດໃຈສະຕິຄວາມຮັບຮູ້ລວມຂັ້ນສູງ, ໂດຍສະເພາະແມ່ນຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນດາບັນຫາທາງທະເລ ຫວຽດນາມ - ຈີນ ແລະ ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
        ບົນພື້ນຖານທີ່ພັກ, ລັດ ຈີນ ຖືເປັນສຳຄັນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ,  ທ່ານປະທານສະພາແຫ່ງຊາດຈີນ ລີ໊ຈານຊູ ສະແດງຄວາມພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ; ທ່ານຢືນຢັນວ່າ ຈີນ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ລວມທັງການຮ່ວມມືດ້ານວັກຊິນ; ພ້ອມທັງສະເໜີໃຫ້ 2 ຝ່າຍເຄົາລົບຄວາມຮັບຮູ້ລວມຂັ້ນສູງກ່ຽວກັບເລື່ອງຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃຫ້ເປັນຢ່າງດີ, ຊຸກຍູ້ການບັນລຸໄດ້ປະມວນຂໍ້ກຳນົດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.
 (ແຫຼ່ງຄັດຈາກ VOV)


top