ຂ່າວສານ

ຍູ​້​ແຮງ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ວຍ​ການ​ເຄື່ອ​ນ​ໄຫວ​ທາງການ​ບິນ​ພົນ​ລະ​ເຮືອນ​ແຫ່ງ​ຊາດ

ຕອນເຊົ້າວັນທີ 15 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ, ປະທານຄະນະກຳມະການຄວາມປອດໄພການບິນພົນລະເຮືອນແຫ່ງຊາດ, ໄດ້ເປັນປະທານກອງປະຊຸມຜ່ານເຄືອຂ່າຍອິນເຕີແນັດ ສະຫຼຸບໄລຍະ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ໃນຊຸມເດືອນທ້າຍປີ 2019 ຂອງຄະນະກຳມະການຄວາມປອດໄພການບິນພົນລະເຮືອນແຫ່ງຊາດ.

 ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈືອງຮ່ວາບິ່ງ ໄດ້ຊີ້ແຈ້ງວ່າ ຕະຫຼາດການບິນພາຍໃນປະເທດໃນຊຸມເດືອນຕົ້ນປີ ໄດ້ຮັບການພັດທະນາດ້ວຍລະດັບຄວາມໄວສູງ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າສືບຕໍ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານ ເຈືອງຮ່ວາບິ່ງ ສະເໜີໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ພ້ອມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຈົ່ງກວດກາຄືນລະບົບກົດໝາຍເພື່ອຮັບປະກັນຄວາມປອດໄພທາງການບິນ, ອັບເດດບັນດາເອກະສານດ້ານກົດໝາຍ, ຂໍ້ກຳນົດກ່ຽວກັບຄວາມປອດໄພທີ່ບໍ່ສອດຄອງກັບບັນດາອົງການຈັດຕັ້ງການບິນພົນລະເຮືອນສາກົນ. ພ້ອມທັງຍູ້ໄວບັນດາວິທີການນຳໃຊ້ຂັ້ນຕອນເຕັກໂນໂລຢີໃໝ່ເຂົ້າໃນຂົງເຂດການຄຸ້ມຄອງຄວາມປອດໄພໃຫ້ແກ່ຂະແໜງການບິນໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)

top