ຂ່າວສານ

ຍູ້​ໄວ​​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ: ກາ​ລະ​ໂອ​ກາ​ດ​ເພື່ອ​ຍົກ​ສູ​ງການ​ຈັດ​ອັນ​ດັບ​ຂອງ​ປະ​ເທດ​ຊາດ

ວັນທີ 16 ທັນວາ, ສະຫະສະມາຄົມ ອິນເຕີແນັດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ແລະ ງານວາງສະແດງວັນອິນເຕີແນັດ ຫວຽດນາມ ປີ 2020, ດ້ວຍຫົວຂໍ້ “ປະຕິບັດຄວາມໃຝ່ຝັນຫັນເປັນດີຈີຕອນຂອງຫວຽດນາມ ໃຫ້ປະກົດຜົນເປັນຈິງ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນ ຫວຽດນາມ ເຊື່ອມຕໍ່ອິນເຕີແນັດທົ່ວໂລກຢ່າງເປັນທາງການ ຄົບຮອບ 23 ປີ (ວັນທີ 19 ພະຈິກ 1997).

ກອງປະຊຸມສຳມະນາ ແລະ ງານວາງສະແດງວັນອິນເຕີແນັດ ຫວຽດນາມ ປີ 2020 (ພາບ: TTXVN)

 ໂຄງການຫັນເປັນດີຈີຕອນລະດັບຊາດ ຮອດປີ 2025, ກຳນົດທິດຮອດປີ 2030 ໄດ້ກຳນົດ 3 ເສົາຄ້ຳຢ່າງຈະແຈ້ງ ນັ້ນແມ່ນ ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ, ດ້ວຍທັດສະນະແມ່ນ ຍູ້ໄວວິວັດທະນາການຫັນເປັນດີຈີຕອນໃນແຕ່ລະຂະແໜງການ, ແຕ່ລະຂົງເຂດ ແລະ ແຕ່ລະທ້ອງຖິ່ນ  ແລະ ແມ່ນໂອກາດເພື່ອຍົກສູງການຈັດອັນດັບຂອງປະເທດຊາດ. ທ່ານ ຫວູຮວ່າງລຽນ, ປະທານສະຫະສະມາຄົມ ອິນເຕີແນັດ ຫວຽດນາມ ເນັ້ນໜັກວ່າ:

        “ປັດຈຸບັນ, ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນ 20 ປະເທດທີ່ມີລະດັບນຳໃຊ້ ອິນເຕີແນັດຫຼາຍທີ່ສຸດ. ດ້ວຍທ່າອ່ຽງຂອງ ອິນເຕີແນັດ ໄດ້ກາຍເປັນລະບົບສິ່ງແວດລ້ອມຂອງການຫັນປ່ຽນໃນທ່າອ່ຽງລວມຂອງໂລກ ແລະ ພິເສດພວມແມ່ນວຽກງານຈຸດສຸມໃນການພັດທະນາຂອງລັດຖະບານ”.

        ຕາມບົດລາຍງານຂອງ ສປຊ ແລ້ວ, ຫວຽດນາມ ພວມຖືກຈັດຢູ່ອັນດັບທີ 86 ກ່ຽວກັບດັດຊະນີລັດຖະບານດີຈີຕອນໃນປີ 2019, ເພີ່ມຂຶ້ນ 2 ຂັ້ນເມື່ອທຽບໃສ່ປີ 2018 ແລະ ພວມຢູ່ອັນດັບທີ 6 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ສະເພາະເສົາຄ້ຳສັງຄົມດີຈີຕອນ, ຫວຽດນາມ ພຽງແຕ່ຢູ່ໃນລະດັບເຕີບໂຕປານກາງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ເສົາຄ້ຳເສດຖະກິດດີຈີຕອນ ກໍພວມບັນລຸໄດ້ບາງໝາກຜົນທີ່ເປັນໜ້າຊື່ນຊົມ. ໃນປີ 2020, ເສດຖະກິດດີຈີຕອນຂອງ ຫວຽດນາມ ບັນລຸໄດ້ກວ່າ 14 ຕື້ USD, ເຕີບໂຕ 16%, ເບິ່ງຄືວ່າສູງສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

(ແຫຼ່ງຄັດຈາກ VOV)


top