ຂ່າວສານ

ຍູ້​ແຮງ​ການ​ໂຄ​ສະ​ນາ, ສຶກ​ສາ ກ່ຽວ​ກັບ​ການ​ພົວ​ພັນແບບ​ພິ​ເສດ ຫວຽດ​ນາມ - ລາວ

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ລາວ ພ້ອມກັບປະຕິບັດເນື້ອໃນຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດ ຢ່າງມີປະສິດທິຜົນ
ທ່ານ ບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກປະຊາຊົນປະຕິວັດ ລາວ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ (ພາບ: TTXVN)
ຕອນບ່າຍວັນທີ 2 ມິຖຸນາ, ຢູ່ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກປະຊາຊົນປະຕິວັດ ລາວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ພົບປະເຈລະຈາກັບ ທ່ານ ບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ. ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ລາວ ພ້ອມກັບປະຕິບັດເນື້ອໃນຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດ ຢ່າງມີປະສິດທິຜົນ, ພ້ອມທັງເປັນເອກະພາບສົມທົບກັນສ້າງຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກລາວ ໄລຍະ 2026 – 2030, ກະກຽມ ໃຫ້ແກ່ບັນດາການເຄື່ອນໄຫວການພົວພັນຕ່າງປະເທດ ຂອງການນຳຂັ້ນສູງສອງປະເທດ ແລະ ບັນດາກົນໄກຮ່ວມມືໃຫ້ເປັນຢ່າງດີ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ, ແບ່ງປັນບົດຮຽນປະສົບການໃນວຽກງານກໍ່ສ້າງພັກ, ກະກຽມກອງປະຊຸມໃຫຍ່ຂອງພັກຂອງແຕ່ລະປະເທດ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນບຸນໃຫຍ່ຂອງສອງປະເທດໃຫ້ເປັນຢ່າງດີ, ຍູ້ແຮງການໂຄສະນາເຜີຍແຜ່, ການສຶກສາກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ.

top