ຂ່າວສານ

ຍູ້​ແຮງ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ເຢຍ​ລະ​ມັນ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 13 – 14 ພະຈິກ. ໃນຕອນບ່າຍວັນທີ 13 ພະຈິກ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz.

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 13  14 ພະຈິກ. ໃນຕອນບ່າຍວັນທີ 13 ພະຈິກ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz.

  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ທີ່ພິທີຕ້ອນຮັບ  

ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບຕໍ່ບັນດາທິດທາງ, ມາດຕະການໃຫຍ່ ເພື່ອຍູ້ແຮງການຮ່ວມມືຮອບດ້ານລະຫວ່າງສອງປະເທດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ, ໃນທຸກຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ສືບຕໍ່ຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນ. ກ່ຽວກັບດ້ານເສດຖະກິດ - ການຄ້າ, ການນຳສອງທ່ານໄດ້ສົ່ງເສີມບັນດາອົງການ, ວິສາຫະກິດສອງປະເທດສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ສອງຝ່າຍເຫັນດີເປີດກວ້າງການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດສຳຄັນອື່ນຄື ວິທະຍາສາດ - ເຕັກໂນໂລຢີ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສາທາລະນະສຸກ - ການສຶກສາ, ບຳລຸງສ້າງວິຊາຊີບ ແລະ ແຮງງານ, ກໍຄືຍູ້ແຮງການສົມທົບພ້ອມກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຄືຄວາມໝັ້ນຄົງດ້ານສະບຽງອາຫານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ນາຍົກລັດຖະມົນຕີສອງທ່ານກໍຢັ້ງຢືນວ່າ ສອງປະເທດຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີປາໄສຕ່າງໆ ແລະ ອົງການຈັດຕັ້ງສາກົນ, ໂດຍສະເພາະແມ່ນຊຸກຍູ້ສາຍພົວພັນລະຫວ່າງ ອາຊຽນ ກັບ ເຢຍລະມັນ ແລະ ສະຫະພາບເອີຣົບ (ອີຢູ), ກໍຄື ຮ່ວມມືກັນໃນຂອບເຂດ ສປຊ.

ທີ່ການພົບປະກັບວົງການສື່ມວນຊົນພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ເນັ້ນໜັກວ່າ ສອງຝ່າຍໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ສາຍພົວພັນຮ່ວມມືຍຸດທະສາດໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ເພື່ອການພັດທະນາແບບຍືນຍົງ ແລະ ເພື່ອຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຮອດຕອນຄ່ຳວັນທີ 13 ພະຈິກ, ນາຍົກລັດຖະມົນຕີສອງທ່ານໄດ້ເປັນປະທານຮ່ວມກອງປະຊຸມໂຕະມົນວິສາຫະກິດ ຫວຽດນາມ - ເຢຍລະມັນ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ Olaf Scholz ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບຢ່າງເປັນທາງການໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນເຈົ້າພາບ.


top