ຂ່າວສານ

ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ທ່ອງ​ທ່ຽວ ຫວຽດ​ນາມ - ຈີນ

ໃນການໂອ້ລົມສົນທະນາທາງໂທລະສັບ ໃນວັນທີ 28 ມີນາ ກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຈິນກາງ - ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໂອ້ລົມສົນທະນາທາງໂທລະສັບກັບ ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຈິນກາງ (ພາບ: ກະຊວງການຕ່າງປະເທດ)

ເມື່ອແລກປ່ຽນກ່ຽວກັບທິດທາງຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ລັດຖະມົນຕີສອງທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຄົບຮອບ 15 ປີ (2008 – 2023); ສືບຕໍ່ຍູ້ແຮງ ແລະ ຍົກສູງປະສິດທິຜົນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນບັນດາຂົງເຂດ. ທ່ານລັດຖະມົນຕີ ຈິນກາງ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ຈີນ ໃນຫຼາຍຂົງເຂດ ແລະ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເປີດກວ້າງ ແລະ ເຮັດໃຫ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ ເລິກເຊິ່ງຂຶ້ນຕື່ມ, ເຊື່ອມຕໍ່ຍຸດທະສາດ, ການພົວພັນແລກປ່ຽນວັດທະນະທຳ, ການສຶກສາ, ການທ່ອງທ່ຽວ; ສົມທົບກັນຢ່າງແໜ້ນແຟ້ນບົນເວທີປາໄສພາກພື້ນ ແລະ ສາກົນ.

ກ່ຽວກັບບັນຫາທະເລ, ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ປະຕິບັດຂໍ້ຕົກລົງສະບັບຕ່າງໆ ແລະ ຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງສອງພັກ, ສອງລັດຢ່າງເຂັ້ມງວດ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.


top