ຂ່າວສານ

ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັ້ນ​ຂົນ​ຂວາຍ “ຊາວ ຫວຽດ​ນາມ ​ບຸ​ລິ​ມະ​ສິດຊົມ​ໃຊ້​ສິນ​ຄ້າ ຫວຽດ​ນາມ”

ວັນທີ 6 ເມສາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງ ບັ້ນຂົນຂວາຍຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ ຖືກຈັດຂຶ້ນທີ່ກອງປະຊຸມຜັນຂະຫຍາຍບັ້ນຂົນຂວາຍ ຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ ປິ 2023.
  ກອງປະຊຸມຜັນຂະຫຍາຍບັ້ນຂົນຂວາຍ ຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ ປິ 2023   

ທ່ານ ໂດະວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຫົວໜ້າຄະນະຊີ້ນຳສູນກາງບັ້ນຂົນຂວາຍດັ່ງກ່າວ, , ຢັ້ງຢືນວ່າ:

“ບັ້ນຂົນຂວາຍຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນ, ເປັນປະຈຳ, ປະກອບສ່ວນພັດທະນາເສດຖະກິດຂອງທ້ອງຖິ່ນ, ຂອງປະເທດຊາດ ແລະ ຮັບປະກັນສະຫວັດດີການສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ດັ່ງນັ້ນ, ພວກເຮົາ ຕ້ອງສືບຕໍ່ປະຕິບັດບັ້ນຂົນຂວາຍດັ່ງກ່າວ. ໃນໄລຍະຍາວ, ພວກເຮົາຕ້ອງຍູ້ແຮງການນະວັດຕະກຳ, ປ່ຽນໃໝ່ເຕັກໂນໂລຢີ, ຜະລິດສິນຄ້າ ຫວຽດນາມ ທີ່ມີຄຸນນະພາບ, ມີລັກສະນະແກ້ງແຍ້ງ, ຮູບແບບສິນຄ້າເໝາະສົມກັບຊາວ ຫວຽດນາມ”.

ໄລຍະຈະມາເຖິງ, ຄະນະຊີ້ນຳສູນກາງບັ້ນຂົນຂວາຍຊາວ ຫວຽດນາມ ຊົມໃຊ້ສິນຄ້າ ຫວຽດນາມ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍປະຕິບັດແຜນຮ່າງພັດທະນາຕະຫຼາດພາຍໃນປະເທດ ຕິດພັນກັບບັ້ນຂົນຂວາຍດັ່ງກ່າວ, ກໍ່ເປັນເຈົ້າການສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າຂອງວິສາຫະກິດ, ຜະລິດຕະພັນ; ຍົກສູງກຳລັງແຮງພາຍໃນປະເທດ ແລະ ກຳລັງແກ້ງແຍ້ງ, ເສີມຂະຫຍາຍບົດບາດເປັນຜູ້ນຳໜ້າຂອງບັນດາກຸ່ມບໍລິສັດ, ວິສາຫະກິດຂະໜາດໃຫຍ່.

 


top