ຂ່າວສານ

ຍູ້​ແຮງ​ການພົວ​ພັນ​​ຕ່າງ​ປະ​ເທດ​ປະ​ຊາ​ຊົນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລ​ະ​ຫວ່າງ​ບັນ​ດາ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຂອງ ຫວຽດ​ນາມ ແລະ ອິນ​ເດຍ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຫວັງວ່າ ບັນດາອົງການຈັດຕັ້ງ, ປະຊາຄົມ, ສະມາຄົມ, ສະຫະພັນ ແລະ ເພື່ອນມິດສະຫາຍ ຂອງ ຫວຽດນາມ ຢູ່ອິນເດຍ ຈະຮຽງບ່າຮຽງໄຫຼ່, ຮ່ວມເດີນທາງ, ປະດິດຄິດສ້າງຫຼາຍແບບວິທີຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຖ່າຍຮູບພ້ອມກັບບັນດາຜູ້ແທນ (ພາບ: TTXVN)

ຕອນຄ່ຳວັນທີ 17 ທັນວາ, ຢູ່ New Delhi, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ພົບປະກັບທ່ານ Kusum Jain ເລຂາທິການໃຫຍ່ ຄະນະກຳມະການ ສາມັກຄີ ອິນເດຍ - ຫວຽດນາມ ແລະ ທ່ານ K.L. Malhotra ປະທານສະມາຄົມມິດຕະພາບ ອິນເດຍ - ຫວຽດນາມ, ສະມາຊິກສະມາຄົມມິດຕະພາບ ອິນເດຍ - ຫວຽດນາມ ແລະ ເພື່ອນມິດ ອິນເດຍ ເປັນຈຳນວນຫຼາຍ. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຫວັງວ່າ ບັນດາອົງການຈັດຕັ້ງ, ປະຊາຄົມ, ສະມາຄົມ, ສະຫະພັນ ແລະ ເພື່ອນມິດສະຫາຍ ຂອງ ຫວຽດນາມ ຢູ່ອິນເດຍ ຈະຮຽງບ່າຮຽງໄຫຼ່, ຮ່ວມເດີນທາງ, ປະດິດຄິດສ້າງຫຼາຍແບບວິທີຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເຊື່ອໝັ້ນວ່າ ສາຍພົວພັນລະຫວ່າງ ຫວຽດນາມ - ອິນເດຍ ເວົ້າລວມ ແລະ ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດເວົ້າສະເພາະ ຈະນັບມື້ນັບຈະເລີນ, ພັດທະນາດ້ວຍຫຼາຍຮູບຫຼາຍແບບ ແລະ ເປີດກວ້າງ, ກາຍເປັນໜຶ່ງໃນ 5 ເສົາຄ້ຳສຳຄັນຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງແທ້ຈິງ.
(ແຫຼ່ງຄັດຈາກ VOV)

top