ມະຕິເລກທີ 01 ປີ 2025 ຂອງລັດຖະບານໄດ້ກຳນົດການສ້າງລະບົບໂຄງປະກອບໂຄງລ່າງຍຸດທະສາດໃຫ້ສຳເລັດສົມບູນ, ໃນນັ້ນພື້ນຖານໂຄງລ່າງຄົມມະນາຄົມ ແລະ ການຫັນເປັນດີຈີຕອນແມ່ນກຳລັງໜູນຫຼັກແຫຼ່ງ, ເປັນພື້ນຖານ ບຸກທະລຸພັດທະນາປະເທດຊາດ. ເພາະສະນັ້ນ, ການຫັນເປັນດີຈີຕອນໄດ້ກຳນົດແມ່ນຂັ້ນຕອນບຸກທະລຸ, ຊ່ວຍປ່ຽນແປງ, ຫັນຂະແໜງຄົມມະນາຄົມຂົນສົ່ງ
ການຫັນເປັນດີຈີຕອນໄດ້ກຳນົດແມ່ນບາດກ້າວບຸກທະລຸ, ຊ່ວຍປ່ຽນແປງ, ຫັນຂະແໜງຄົມມະນາຄົມຂົນສົ່ງ ຫວຽດນາມເປັນທັນສະໄໝ (ພາບ: vovgiaothong.vn)
ໃນຂົງເຂດຄົມມະນາຄົມທາງບົກ, ການໝູນໃຊ້ເຕັກໂນໂລຢີເພື່ອຫັນເປັນດີຈີຕອນ, ຫັນເປັນທັນສະໄໝ ແລະ ຫັນບັນດາການເຄື່ອນໄຫວຄຸ້ມຄອງ, ການດຳເນີນງານ, ບຳລຸງຮັກສາ ແລະ ຕິດຕາມກວດກາພື້ນຖານໂຄງລ່າງຄົມມະນາຄົມໃຫ້ໄດ້ດີທີ່ສຸດ ໄດ້ນຳມາເຊິ່ງບັນດາບາດກ້າວເດີນທີ່ສຳຄັນ. ທ່ານ ເຈື່ອງກວັກເຢືອງ, ຮອງຜູ້ອຳນວຍການ ບໍລິສັດຫຸ້ນສວ່ນ 496, ຫົວໜ່ວຍປະຕິບັດວຽກງານສ້ອມແປງ, ບຳລຸງຮັກສາເສັ້ນທາງບົກໃນບັນດາເສັ້ນທາງຢູ່ເຂດຕອນເໜືອພາກກາງ, ໃຫ້ຮູ້ວ່າ ໃນເມື່ອກ່ອນ, ວຽກງານເກັບກຳຂໍ້ມູນ, ກວດກາທາງບົກສ່ວນຫຼາຍໄດ້ປະຕິບັດຕາມຮູບແບບດ້ວຍມື, ບັນທຶກດ້ວຍມື. ເຖິງຢ່າງໃດກໍຕາມ, ປັດຈຸບັນຍ້ອນການຫັນເປັນດີຈີຕອນ ດັ່ງນັ້ນ ບັນດາຂໍ້ມູນໄດ້ອັບເດດຢ່າງຄົບຖ້ວນຈາກສະຖານທີ່ຕົວຈິງຜ່ານໂທລະສັບ ແລະ ບັນດາການຕົກລົງຈັດສົ່ງຫົວໜ່ວຍໄປແກ້ໄຂບັນຫາໄດ້ວາງອອກຢ່າງວ່ອງໄວ ແລະ ຊັດເຈນ.
ມີຊອບແວຂອງກຳລັງລາດຕະເວນ, ກວດກາບັນດາເສັ້ນທາງ ເຂົາເຈົ້າຈະລາຍງານວັນເວລາພ້ອມກັບຫຼັກກິໂລແມັດ ແລະ ພາບຖ່າຍ. ກຳລັງໄປລາດຕະເວນ, ກວດກາ ເມື່ອພົບບັນຫາກໍ່ຈະຖ່າຍຮູບ ແລະ ສົ່ງໄປ ເພື່ອໃຫ້ການນຳມີການຊີ້ນຳໃນທັນທີ ແລະ ກຳມະກອນກໍ່ກຳໄດ້ບັນຫາຢ່າງທັນການ. ການຫັນເປັນດີຈີຕອນຍັງນອນຢູ່ບ່ອນກວດກາເສັ້ນທາງ, ຈຳນວນລົດເດີນທາງໄປມາ, ຕີລາຄາໂຄງສ້າງໜ້າທາງ, ແຜນການທີ່ວາງອອກ, ຂຸດຄົ້ນ, ຕີລາຄາບັນດາລະດັບເປ່ເພ ແລະ ຄິດໄລ່ຄ່າສ້ອມແປງອອກເລີຍ.
ທ່ານ ຫງວຽນແມັ້ງຮຶງ, ຫົວໜ້າຫ້ອງການ Marketing, ບໍລິສັດເກັບຄ່າແບບອັດສະໂນມັດ (VETC), ໃຫ້ຮູ້ວ່າ ຫົວໜ່ວຍໄດ້ຜັນຂະຫຍາຍການຫັນຂໍ້ມູນທັງໝົດທີ່ກ່ຽວຂ້ອງເຖິງການຄົມມະນາຄົມເປັນດີຈີຕອນ. ອີງຕາມການຫັນຂໍ້ມູນຄົມມະນາຄົມເປັນດີຈີຕອນ, VETC ໄດ້ວິເຄາະຕີລາຄາຂໍ້ມູນເພື່ອສັງລວມ, ຍົກອອກບັນດາການຄາດຄະເນເພື່ອແນໃສ່ຍົກສູງຄຸນນະພາບການຮັບໃຊ້:
ຊອບແວ VETC ກຳນົດບັນດາເສັ້ນທາງສຳຄັນ, ມີຄວາມສ່ຽງເກີດລົດຕິດສູງ, ວິໄຈຈຳນວນພາຫະນະ ແລະ ເວລາເດີນທາງຊ່ວຍຮັບຮູ້ບັນດາດ່ານເຄີຍເກີດບັນຫາລົດຕິດ, ຈາກນັ້ນ ກໍ່ປະສານສົມທົບກັບຫົວໜ່ວຍຄຸ້ມຄອງເສັ້ນທາງເພື່ອດັດສົມແລວພາຫະນະ; ດັດປັບແຜນການເຄື່ອນໄຫວ. ໃນບັນດາໂອກາດວັນເທດສະການ, ຈຸດເວລາເລັ່ງດ່ວນ, ຂໍ້ມູນນັ້ນ ໄດ້ຊ່ວຍຫົວໜ່ວຍເປັນເຈົ້າການຈັດສົ່ງພະນັກງານໄປຢຢູ່ດ່ານຕື່ມອີກ, ແຈ້ງເຕືອນກ່ຽວກັບສະພາບການສັນຈອນຜ່ານບັນດາຊ່ອງທາງສື່ມວນຊົນໂດຍໄວ.
ມາຮອດຈຸດເວລານີ້, ກົມທາງບົກ ໄດ້ຫັນເສັ້ນທາງຫຼວງກວ່າ 25.000 ກີໂລແມັດ, 7.800 ຂົວ, ອຸມົງ ເປັນດີຈີຕອນ. ສຳລັບລະບົບເສັ້ນທາງແຂວງຕໍ່ແຂວງ, ທາງເມືອງຕໍ່ເມືອງສ່ວນຫຼາຍແມ່ນທ້ອງຖິ່ນຄຸ້ມຄອງ ໂດຍກົມທາງບົກ ຫວຽດນາມ ເກັບກຳຂໍ້ມູນ. ທ່ານ ໂຕນາມຕວ່ານ, ຫົວໜ້າຫ້ອງການວິທະຍາສາດເຕັກໂນໂລຢີ ແລະ ການຮ່ວມມືສາກົນ, ກົມທາງບົກ ຫວຽດນາມ ໃຫ້ຮູ້ວ່າ:
ຕົວຢ່າງຄືໃນປັດຈຸບັນ, ວຽກງານອອກໃບອະນຸຍາດໃຫ້ແກ່ພາຫະນະເກີນຂະໜາດ, ນ້ຳໜັກເກີນ. ລົດຄັນໜຶ່ງເດີນທາງຈາກ ຮ່າໂນ້ຍ ໄປນະຄອນ ໂຮ່ຈີມິນ ເມື່ອຂໍໃບອະນຸຍາດໄດ້ແລ້ວ, ຖ້າມີຂໍ້ມູນຄົບຖ້ວນ ກໍ່ຈະກຳນົດໄດ້ວ່າ ເສັ້ນທາງຈາກ ຮ່າໂນ້ຍ ໄປຍັງນະຄອນ ໂຮ່ຈີມິນ ມີຈັກຂົວທີ່ລົດບໍ່ສາມາດຜ່ານໄປໄດ້ ຍ້ອນລົດມີນ້ຳໜັກເກີນທີ່ຂົວຈະສາມາດຮັບໄດ້ ຫຼື ມີຄວາມຈຳກັດກ່ຽວກັບຂະໜາດ. ດັ່ງນັ້ນ, ພວກຂ້າພະເຈົ້າ ອາດສາມາດປັບປ່ຽນໄປເສັ້ນທາງອື່ນ ເພື່ອຫຼີກລ້ຽງບັນດາຂົວທີ່ບໍ່ມີເງື່ອນໄຂເໝາະສົມກັບລົດ.
ບໍລິສັດເກັບເງິນແບບອັດຕະໂນມັດ ໄດ້ຜັນຂະຫຍາຍການຫັນຂໍ້ມູນກ່ຽວກັບຄົມມະນາຄົມເປັນດີຈີຕອນ (ພາບ: vovgiaothong.vn)
ທ່ານ ເລວັນດາດ, ຮອງຫົວໜ້າສະຖາບັນຍຸດທະສາດ ແລະ ພັດທະນາຄົມມະນາຄົມ, ຂົນສົ່ງ, ຢັ້ງຢືນວ່າ ການຫັນເປັນດີຈີຕອນໃນການຄຸ້ມຄອງຄົມມະນາຄົມທາງບົກໄດ້ຮັບການຍູ້ໄວໃນຊຸມປີຜ່ານມາ ແລະ ນຳມາເຊິ່ງປະສິດທິຜົນໃນຕົວຈິງຫຼາຍຢ່າງ.
ກໍ່ສ້າງ ແລະ ອັບເດດຂໍ້ມູນດີຈີຕອນກ່ຽວກັບຂົວ, ຖະໜົນພ້ອມກັບສະພາບການຂຸດຄົ້ນ ແລະ ບຳລຸງຮັກສາ ໄດ້ຊ່ວຍໃຫ້ບັນດາອົງການຄຸ້ມຄອງ ມີເຄື່ອງມືຢ່າງມີປະສິດທິຜົນເພື່ອຍົກອອກບັນດາການກຳນົດກ່ຽວກັບການລົງທຶນ, ຍົກລະດັບ, ປັບປຸງ, ສ້ອມແປງຢ່າງທັນການ, ຖືກຈຸດສຸມ ແລະ ປະຢັດຄ່າໃຊ້ຈ່າຍ, ປະມວນດ້ວຍເຕັກໂນໂລຢີກ້ອງວົງຈອນຕິດຕາມ, cencer, ປ້ອມຊັ່ງນ້ຳໜັກລົດແບບອັດຕະໂນມັດ ຊ່ວຍເພີ່ມທະວີການຕິດຕາມກວດກາ, ຂຸດຄົ້ນ ແລະ ປັບໄໝບັນດາກໍລະນີລະເມີດກ່ຽວກັບນ້ຳໜັກ, ຈອດບໍ່ຖືກສະຖານທີ່ຕາມການກຳນົດ.
ບໍ່ພຽງແຕ່ມີຄວາມໝາຍໃນວຽກງານຄຸ້ມຄອງຂຸດຄົ້ນເສັ້ນທາງບົກເທົ່ານັ້ນ, ໂປແກຼມຫັນເປັນດີຈີຕອນໃນຄົມມະນາຄົມທາງບົກ ຍັງນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ຜູ້ເຂົ້າຮ່ວມການສັນຈອນຄົມມະນາຄົມ. ຕາມບັນດານັກຊ່ຽວຊານແລ້ວ, ການຫັນເປັນດີຈີຕອນ ໃນຄົມມະນາຄົມທາງບົກເຖິງວ່າມີບາດກ້າວເດີນໃຫຍ່ ແຕ່ຍັງຕ້ອງມີຄວາມຄົບຊຸດ, ເປັນຕົ້ນແມ່ນໃນລະບົບຂໍ້ມູນ, ເພື່ອບໍ່ພຽງແຕ່ຮັບໃຊ້ວຽກງານຄຸ້ມຄອງເທົ່ານັ້ນ ຫາກຍັງຮັບໃຊ້ຜູ້ນຳໃຊ້ເສັ້ນທາງບົກອີກດ້ວຍ. ທ່ານ ຫງວຽນວັນກວ່ຽນ, ປະທານສະຫະສະມາຄົມຂົນສົ່ງລົດໂອໂຕ ສະເໜີວ່າ:
ພວກຂ້າພະເຈົ້າຫວັງໃຫ້ຂະແໜງທາງບົກຕ້ອງອັບເດດຂໍ້ມູນຢ່າງຄົບຖ້ວນ ແລະ ທັນການກ່ຽວກັບຂົວ, ເສັ້ນທາງ ແລະ ອະນຸຍາດໃຫ້ເປົ້າໝາຍນຳໃຊ້ເສັ້ນທາງບົກມີຂໍ້ມູນເພື່ອສ້າງແຜນການເຄື່ອນໄຫວ, ແຜນການຂົນສົ່ງຢ່າງມີປະສິດທິຜົນທີ່ສຸດ. ທີສອງ, ຍູ້ແຮງຄົມມະນາຄົມອັດສະລິຍະໃນບັນດາເສັ້ນທາງຄວາມໄວສູງ, ເສັ້ນທາງສຳຄັນ ແລະ ເສັ້ນທາງຕົວເມືອງໃນປັດຈຸບັນ.
ການຫັນເປັນດີຈີຕອນພື້ນຖານໂຄງລ່າງຄົມມະນາຄົມທາງບົກພວມໄດ້ໝູນໃຊ້ເປັນວົງກວ້າງໃນຂະແໜງຄົມມະນາຄົມ. ການຜັນຂະຫຍາຍພື້ນຖານໂຄງລ່າງຍຸດທະສາດຢ່າງຄົບຊຸດ, ຈາກຄົມມະນາຄົມຕະຫຼອດຮອດພື້ນຖານໂຄງລ່າງດີຈີຕອນ, ບໍ່ພຽງແຕ່ມີຄວາມໝາຍທາງເສດຖະກິດເທົ່ານັ້ນ ຫາກຍັງແມ່ນກຳລັງໜູນຊຸກຍູ້ການເຊື່ອມຕໍ່ເຂດ, ເປີດກວ້າງພື້ນທີ່ພັດທະນາ, ດຶງດູດເງິນລົງທຶນ, ຍົກສູງການດຳລົງຊີວິດຂອງປະຊາຊົນ. ດ້ວຍຄວາມຕັດສິນໃຈຂອງລັດຖະບານ ແລະ ຄວາມເຫັນດີເຫັນພ້ອມຂອງທົ່ວສັງຄົມ, ປະເທດ ຫວຽດນາມ ມີພື້ນຖານໂຄງລ່າງທີ່ຄົບຊຸດ, ທັນສະໄໝ, ເຊື່ອມຕໍ່ກັບພາກພື້ນ ແລະ ໂລກຢ່າງແຮງນັ້ນ ພວມນັບມື້ນັບປະກົດໃຫ້ເຫັນຢ່າງຈະແຈ້ງ.