ຂ່າວສານ

ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງເສັ້ນທາງລົດໄຟເຂດຕົວເມືອງນະຄອນໂຮ່ຈິມິນ

ຕອນບ່າຍວັນທີ 14 ເມສາ, ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຜູ້ປະຈຳການລັດຖະບານ ໄດ້ຈັດກອງປະຊຸມກ່ຽວກັບໂຄງການລົດໄຟເຂດຕົວເມືອງນະຄອນໂຮ່ຈິມິນ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບ: VGP)

ເມື່ອສະຫຼຸບທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຍູ້ໄວຄວາມຄືບໜ້າຂອງໂຄງການ ເພື່ອຮັບໃຊ້ໃຫ້ນະຄອນໂຮ່ຈິມິນ, ຕ້ານສະພາບລົດຕິດ ແລະ ກໍ່ແມ່ນເພື່ອແນໃສ່ນຳໃຊ້ແຫຼ່ງທຶນຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ຕ້ອງຮັບປະກັນບັນດາປັດໃຈດ້ານກົດໝາຍຂອງໂຄງການ.

(ແຫຼ່ງຄັດຈາກ VOV)



top