ຂ່າວສານ

ຍູ້ແຮງລາຍການຮ່ວມເດີນທາງກັບຊາວກະສິກອນໃນການຜະລິດ


ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
 
      ວັນ​ທີ 25/4, ຢູ່ ນະ​ຄອນ ດາ​ລາດ ແຂວງ​ເລ​ີມ​ດົງ, ບໍ​ລິ​ສັດ VinEco ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ Vingroup ຈັດ​ຕັ້ງ​ກອງ​ປະ​ຊຸມ​ແຜ່​ຂະ​ຫ​ຍາຍ​ຮູບ​ແບບ​ຜະ​ລິດ ຜະ​ລິດ​ຕະ​ພັນ​ກະ​ເສດ​ປອດ​ສານ​ພິດ. ຕາມ​ທ່ານ​ນາງ ຫງວຽນ​ທິ​ເຟືອງ​ຖາວ, ຮອງ​ຜູ້​ອຳ​ນວຍ​ການ​ໃຫ​ຍ່ ບໍ​ລິ​ສັດ VinEco ແລ້ວ, ວິ​ສາ​ຫະ​ກິດ ວາງ​ຄາດ​ໝາຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ ຈະ​ຍົກ​ຍອດ​ຈຳ​ນວນ​​​ການ ຮ່ວມ​ສຳ​ພັນ​ການ​ຜະ​ລິດ​ໃຫ້​ຂຶ້ນ​ເຖິງ 1000 ຄອບ​ຄົວ, ສະ​ຫະ​ກອນ​ຜະ​ລິດ ແລະ ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ, ບໍ່​ພຽງ​ແຕ່​ສະ​ຫນອງ​ສະ​ບຽງ​ອາ​ຫານ​ປອດ​ສານ​ພິດ, ປອດ​ໄພ​ໃຫ້​ແກ່​ຜູ້​ບໍ​ລິ​ໂພກ​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ເພື່ອ​ການ​ສົ່ງ​ອອກ​ອີກ​ດ້ວຍ. ທ່ານ​ນາງ ຫງວຽນ​ທິ​ເຟືອງ​ຖາວ, ໃຫ້​ຮູ້​ວ່າ:
        “ຈຸດ​ໝາຍ​ຂອງ​ພວກ​ຂ້າ​ພະ​ເຈົ້າ ນັ້ນ​ແມ່ນກ​ອ່ນ​ອື່ນ​ໝົດ​ຕ້ອງແຜ່​ຂະ​ຫ​ຍາຍ​ສະ​ຕິ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ​ປອດ​ສານ​ພິດ​ຂອງ​ພໍ່​ແມ່​ຊາວ​ກະ​ສິ​ກອນ. ​​ສ່ວນຈຸດ​ໝາຍ​ຍາວ​ໄກ​ກວ່າ, ນັ້ນ​ແມ່ນ ພວກ​ເຮົາ​ຢາກ​ນຳ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ພໍ່​ແມ່​ຊາວ​ກະ​ສິ​ກອນ​ອອກ​ສູ່​ຕະ​ຫລາດ​ໂລກ, ໝາຍ​ຄວາມ​ວ່າ​ສ້າງ​ໄດ້​​ບາງເຄື່ອງ​ໝາຍ​ການ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ. ສະ​ນັ້ນ ໃນ​ໄລ​ຍະ​ຈະ​ມ​າ​ເຖິງ ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ພັດ​ທະ​ນາ​ເຂດ​ຜະ​ລິດ​ກໍ​ຄື​ຮ່ວມ​ສຳ​ພັນ​ກັບ​ຊາວ​ກະ​ສິ​ກອນ, ໄປ​ຄຽງ​ຄູ່​ກັນ​ນັ້ນ ແມ່ນ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ຫ​ນູນ​ຊ່ວຍ​ໃຫ້​ຄຳ​ປຶກ​ສາ, ຫ​ນູນ​ຊ່ວຍ​ດ້ານ​ທຶນ​ຮອນ ແລະ ເຕັກ​ໂນ​ໂລ​ຊີ.”
 (ແຫຼ່ງຄັດຈາກ VOV)

top