ຂ່າວສານ

ຍູ້ແຮງຄວາມຄືບໜ້າໃນການສັກວັກຊິນກັນໂຄວິດ - 19

      ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຕ້ອງຍູ້ໄວຄວາມຄືບໜ້າໃນການສັກວັກຊິນ ຕາມຫຼັກການໄວ ແລະ ມີຄວາມປອດໄພທີ່ສຸດ. 
ພາບປະກອບ: ກະຊວງສາທາລະນະສຸກ ຫວຽດນາມ
      ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ໄລ່ຮອດວັນທີ 19 ສິງຫາ, ຫວຽດນາມ ໄດ້ຮັບວັກຊິນກັນໂຄວິດ - 19 ກ່ວາ 22 ລ້ານໂດສ, ໃນນັ້ນມີວັກຊິນ AstraZeneca ກ່ວາ 14 ລ້ານໂດສ, ວັກຊິນ Moderna ກ່ວາ 5 ລ້ານໂດສ, ມີວັກຊິນ Pfizer ກ່ວາ 1,2 ລ້ານໂດສ ແລະ ວັກຊິນ Sputnik-V ແມ່ນ 12.000 ໂດສ ແລະ ວັກຊິນ Sinopharm 2,5 ລ້ານໂດສ. ໄລ່ຮອດຕອນເຊົ້າວັນທີ 20 ສິງຫາ, ຈຳນວນວັກຊິນກັນໂຄວິດ - 19 ໄດ້ສັກໃນທົ່ວປະເທດທັງໝົດແມ່ນ 16,3 ລ້ານໂດສ. ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ກໍ່ມີເອກະສານກ່ຽວກັບການຄາດຄະເນແຈກຢາຍວັກຊິນ ແຕ່ນີ້ຮອດທ້າຍປີ 2021 ແລ້ວ. ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຕ້ອງຍູ້ໄວຄວາມຄືບໜ້າໃນການສັກວັກຊິນ ຕາມຫຼັກການໄວ ແລະ ມີຄວາມປອດໄພທີ່ສຸດ. ຢູ່ບັນດາສະຖານທີ່ສັກວັກຊິນ, ຕ້ອງມີການເຂົ້າຮ່ວມຂອງບັນດາຂະແໜງການ, ອົງການມະຫາຊົນ, ພິເສດແມ່ນລະດົມກຳລັງຄະນະຊາວໜຸ່ມ ມາຊ່ວຍຕ້ອນຮັບ, ແຈ້ງອາການສຸຂະພາບ ແລະ ຈົດທະບຽນສັກວັກຊິນກັນໂຄວິດ - 19 ໃນໂປແກຼມສັກວັກຊິນ. ສ່ວນພະນັກງານການແພດ ຈະສຸມໃສ່ໜ້າທີ່ວິຊາສະເພາະນັ້ນຄື: ກວດຫາເຊື້ອ, ປະຕິບັດການສັກຢາ ແລະ ຕິດຕາມອາການສຸຂະພາບພາຍຫຼັງການສັກຢາ...
(ແຫຼ່ງຄັດຈາກ VOV)


top