ຂ່າວສານ

ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຈີນ

ທ່ານ ພົນເອກ ໂງຊວັນລິກ ສະເໜີວ່າ, ໃນໄລຍະຈະມາເຖິງ 2 ຝ່າຍຈົ່ງເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາກົນໄກເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ.


ທ່ານ ພົນເອກ ໂງຊວັນລິກ ພົບປະກັບທ່ານພົນໂທ ສີຈິ໊ລຽງ

(ພາບ: TTXVN)


ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສຊ່ຽງຊ່ານ ປັກກິງ ຄັ້ງທີ 9, ວັນທີ 22 ຕຸລາ, ທ່ານ ພົນເອກ ໂງຊວັນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະກັບທ່ານພົນໂທ ສີຈິ໊ລຽງ, ກຳມະການກົມການເມືອງພັກກອມມູນິດຈີນ, ຮອງປະທານຄະນະພັກການທະຫານສູນກາງຈີນ.

        ທີ່ການພົບປະ, ທ່ານ ພົນເອກ ໂງຊວັນລິກ ສະເໜີວ່າ, ໃນໄລຍະຈະມາເຖິງ 2 ຝ່າຍຈົ່ງເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາກົນໄກເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ຕັ້ງໜ້າກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຄັ້ງທີ 6…

ກ່ຽວກັບບັນດາບັນຫາທີ່ຍັງຄົງຄ້າງໃນການພົວພັນ 2 ຝ່າຍ, 2 ຝ່າຍຖືວ່າ ຫວຽດນາມ ແລະ ຈີນ ຄວນແລກປ່ຽນ, ປຶກສາຫາລືຢ່າງກົງໄປກົງມາ, ຈິງໃຈເປັນປະຈຳ ເພື່ອແກ້ໄຂຢ່າງສົມເຫດສົມຜົນ ຖືກຕ້ອງຕາມເນື້ອໃນຈິດໃຈຂອງຂໍ້ຕົກລົງຂັ້ນສູງລະຫວ່າງການນຳ 2 ປະເທດບັນລຸໄດ້.

ຕີລາຄາກ່ຽວກັບສະພາບການຢູ່ພາກພື້ນ ແລະ ໃນໂລກທີ່ພວມມີການຜັນແປຢ່າງສັບສົນນັ້ນ, ທ່ານພົນໂທ ສີຈິ໊ລຽງ ຖືວ່າ, ບັນດາປະເທດແທນທີ່ໃຫ້ການສູ້ຢັນກັນນັ້ນ, ຄວນເພີ່ມທະວີການເຈລະຈາ ແລະ ຮ່ວມມືເພື່ອຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາ.

(ແຫຼ່ງຄັດຈາກ VOV)


top