ຂ່າວສານ

ຍູ້ແຮງການຜັນຂະຫຍາຍການສ້າງລັດຖະບານເອເລັກໂຕນິກ

ວັນທີ 29 ກໍລະກົດ, ຢູ່ສໍານັກງານລັດຖະບານ, ໜ່ວຍປະຕິບັດງານຂອງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການເຮັດວຽກກັບ 12 ກະຊວງ, ຂະແໜງການ ກ່ຽວກັບການກະຕຸກຊຸກຍູ້ການຜັນຂະຫຍາຍບັນດາໜ້າທີ່ສ້າງລັດຖະບານເອເລັກໂຕນິກ.

ທ່ານ ຫງວຽນກາວລຸກ ຮອງຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ
ເປັນປະທານກອງປະຊຸມ (ພາບ: chinhphu.vn)

  ໂດຍຜັນຂະຫຍາຍມະຕິເລກທີ 17  ກ່ຽວກັບບາງໜ້າທີ່ມາດຕະການຈຸດສຸມໃນການພັດທະນາລັດຖະບານເອເລັກໂຕນິກ ໄລຍະ 2019 – 2020 ການກໍານົດທິດຮອດປີ 2025, ບັນດາຫົວໜ່ວຍໄດ້ຍູ້ແຮງການເຊື່ອມຕໍ່ການຮັບ-ສົ່ງເອກະສານເອເລັກໂຕນິກ; ລາຍເຊັນເອເລັກໂຕນິກ ແລະ ແກ້ໄຂວຽກງານຜ່ານທາງເອເລັກໂຕນິກ, ຜັນຂະຫຍາຍປະຕູຖານຂໍ້ມູນບໍລິການສາທາລະນະ.  ພ້ອມກັນນັ້ນ, ລະບົບຂໍ້ມູນຂ່າວສານປະຕູດຽວຂັ້ນກະຊວງ ກໍພ້ອມແລ້ວທີ່ຈະເຊື່ອມຕໍ່ກັບປະຕູຖານຂໍ້ມູນບໍລິການສາທາລະນະແຫ່ງຊາດ ເພື່ອຮັບໃຊ້ບໍລິການສາທາລະນະໂດຍກົງຜ່ານທາງເຄືອຂ່າຍອິນເຕີເນັດ. ໄລ່ມາຮອດປັດຈຸບັນ, 100% ບັນດາກະຊວງ, ອົງການ ໄດ້ສ້າງຕັ້ງຄະນະຊີ້ນໍາ ແລະ ແຜນການຜັນຂະຫຍາຍມະຕິເລກທີ 17 ກໍຄືນໍາເຂົ້າເຄື່ອນໄຫວບາງລະບົບຂໍ້ມູນຂ່າວສານພື້ນຖານ. ທ່ານ ຫງວຽນກາວລຸກ ຮອງຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ເນັ້ນໜັກວ່າ:

        “ສະເໜີໃຫ້ບັນດາກະຊວງ, ຂະແໜງການເພີ່ມທະວີການຮັບປະກັນທາງດ້ານເຕັກນິກ, ຍົກລະດັບໂປແກຼມຄຸ້ມຄອງເອກະສານ ແລະ ການບໍລິຫານ ລວບລວມບັນດາມາດຕະການລາຍເຊັນເອເລັກໂຕນິກ ເພື່ອຮັບປະກັນຂັ້ນຕອນຂອງລະບຽບການ, ຄຸນຄ່າດ້ານນິຕິກໍາຂອງເອກະສານເອເລັກໂຕນິກສະບັບຕ່າງໆ. ຜັນຂະຫຍາຍການປະຕິບັດລາຍເຊັນເອເລັກໂຕນິກ ຮັບປະກັນຄວາມຖືກຕ້ອງ ຂອງເອກະສານ ແລະ ລາຍເຊັນເອເລັກໂຕນິກ ລະຫວ່າງການຮັບ-ສົ່ງໃນລະບົບເຊື່ອມຕໍ່ເອກະສານແຫ່ງຊາດ”.

(ແຫຼ່ງຄັດຈາກ VOV)


top