ຂ່າວສານ

ຍຸ​ດ​ທະ​ສາດ​ພັດ​ທະ​ນາພະ​ລັງ​ງານ​ແຫ່ງ​ຊາດ​ຂອງ ຫວຽດ​ນາມ ຮອ​ດ​ປີ 2030, ວິ​ໄສ​ທັດ ຮອດ​ປີ 2045

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍເຊັນປະກາດໃຊ້ມະຕິວ່າດ້ວຍການປະກາດໃຊ້ໂຄງການດຳເນີນງານຂອງ ລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດມະຕິສະບັບລົງວັນທີ 11 ກຸມພາ 2020 ຂອງກົມການເມືອງ.

ໂຄງການກໍ່ສ້າງສາຍສົ່ງກະແສໄຟຟ້າ 500 kV, 220 kV ຢູ່ ເມືອງທ້ວນນາມ, ແຂວງນິງທ້ວນ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍເຊັນປະກາດໃຊ້ມະຕິວ່າດ້ວຍການປະກາດໃຊ້ໂຄງການດຳເນີນງານຂອງ ລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດມະຕິສະບັບລົງວັນທີ 11 ກຸມພາ 2020 ຂອງກົມການເມືອງກ່ຽວກັບການກຳນົດທິດຍຸດທະສາດພັດທະນາພະລັງງານແຫ່ງຊາດຂອງ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045.

ມະຕິສະບັບລົງວັນທີ 11 ກຸມພາ ປີ 2020 ຂອງ ກົມການເມືອງວ່າດ້ວຍການກຳນົດທິດຍຸດທະສາດພັດທະນາພະລັງງານແຫ່ງຊາດຂອງ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ເພື່ອວາງອອກເປົ້າໝາຍສັງລວມ ເຊິ່ງລວມມີ: ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ; ສະໜອງພະລັງງານຢ່າງຄົບຖ້ວນ ແລະ ເປັນປົກກະຕິ, ມີຄຸນນະພາບສູງ ດ້ວຍລາຄາທີ່ເໝາະສົມ ເພື່ອພັດທະນາເສດຖະກິດ - ສັງຄົມ ຢ່າງວ່ອງໄວ ແລະ ຍືນຍົງ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມຊີວະພາບ.

ມະຕິສະບັບດັ່ງກ່າວມີຜົນບັງຄັບໃຊ້ນັບແຕ່ວັນທີ 2 ຕຸລາ 2020 ເປັນຕົ້ນໄປ.

(ແຫຼ່ງຄັດຈາກ VOV)


top