ຂ່າວສານ

ຍຸດ​ທະ​ສາດ​ເຕັກ​ໂນ​ໂລ​ຢີ​ແຫ່ງ​ຊາດ​ອີງ​ຕາມ​ພູມ​ປັນ​ຍາ ຫວຽດ​ນາມ ໃນທົ່ວ​ໂລກ

ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ຢັ້ງຢືນວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ເຊິ່ງແມ່ນບ່ອນນະວັດຕະກຳ ແລະ ເຕັກໂນໂລຢີຍຸດທະສາດຈະແມ່ນກຳລັງຫຼັກແຫຼ່ງ.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VGP)

ຕອນເຊົ້າວັນທີ 26 ພະຈິກ, ຢູ່ສູນນະວັດຕະກຳ ແຫ່ງຊາດ (NIC) ຮາກຖານຢູ່ຮວ່າລາກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ເປັນປະທານການເຮັດວຽກກັບເຄືອຂ່າຍນະວັດຕະກຳ ແລະ ນັກຊ່ຽວຊານຫວຽດນາມ (VIN) ກ່ຽວກັບການພັດທະນາບັນດາຂະແໜງເຕັກໂນໂລຢີຍຸດທະສາດ.ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ຢັ້ງຢືນວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ເຊິ່ງແມ່ນນະວັດຕະກຳ ແລະ ເຕັກໂນໂລຢີຍຸດທະສາດຈະແມ່ນກຳລັງຫຼັກແຫຼ່ງ. ຫວຽດນາມ ໄດ້ກຳນົດຢ່າງຈະແຈ້ງ 11 ຂະແໜງເຕັກໂນໂລຢີຍຸດທະສາດ ແລະ 32 ຜະລິດຕະພັນເຕັກໂນໂລຢີຍຸດທະສາດແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາ ບັນດານັກຊ່ຽວຊານຈະສະເໜີບັນດາມາດຕະການໃນຕົວຈິງ, ມີຄວາມເປັນໄປໄດ້ສູງ, ມີລັກສະນະບຸກທະລຸ.


top