ຂ່າວສານ

ຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕຂຽວໄລຍະ 2021 – 2030, ວິໄສທັດຮອດປີ 2050 ປະຕິບັດເປົ້າໝາຍຄວບຄູ່

      -ຍຸດທະສາດດັ່ງກ່າວໄດ້ສວມບົດບາດສຳຄັນທີ່ສຸດ ເພື່ອຊຸກຍູ້ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບຮູບແບບການເຕີບໂຕ, ປະກອບສ່ວນປະຕິບັດການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19
ທີ່ກອງປະຊຸມ
(ພາບ: baodautu)
      ຕອນເຊົ້າວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ຈັດ “ກອງປະຊຸມຜັນຂະຫຍາຍຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕຂຽວໄລຍະ 2021 – 2030, ວິໄສທັດຮອດປີ 2050”.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິຢຸງ ເນັ້ນໜັກວ່າ, ຍຸດທະສາດດັ່ງກ່າວໄດ້ສວມບົດບາດສຳຄັນທີ່ສຸດ ເພື່ອຊຸກຍູ້ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບຮູບແບບການເຕີບໂຕ, ປະກອບສ່ວນປະຕິບັດການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19, ມຸ່ງໄປເຖິງການພັດທະນາເສດຖະກິດຂຽວ, ພ້ອມທັງເປັນປະຖົມປັດໄຈເພື່ອຫັນບັນດາເປົ້າໝາຍການປ່ອຍກາກບອນຢູ່ໃນລະດັບຕ່ຳເປັນລະອຽດ, ປະກອບສ່ວນຈຳກັດອຸນຫະພູມໜ່ວຍໂລກເພີ່ມຂຶ້ນ.
        “ຍຸດທະສາດໄດ້ສ້າງຄວາມຮັບຮູ້ລວມທີ່ມີຄວາມໝາຍທີ່ສຸດ ແລະ ຄວາມສຳຄັນຂອງການເຕີບໂຕຂຽວໃຫ້ແກ່ໄລຍະພັດທະນາຕໍ່ໄປຂອງປະເທດຊາດ. ເຖິງວ່າຄວາມຮັບຮູ້ແມ່ນສຳຄັນທີ່ສຸດກໍ່ຕາມ, ແຕ່ການກະທຳເພື່ອຜັນຂະຫຍາຍຄວາມຮັບຮູ້ນັ້ນຍັງມີຄວາມໝາຍໃນພຶດຕິກຳຕົວຈິງຫຼາຍກວ່າ, ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍ ຜ່ານການປະຕິບັດໜ້າທີ່ມາດຕະການແກ້ໄຂຢ່າງຄົບຊຸດ. ກອງປະຊຸມໃນມື້ນີ້ແມ່ນການເຄື່ອນໄຫວຢ່າງແທດຈິງຄັ້ງທຳອິດ ເພື່ອເປັນເອກະພາບການກະທຳທີ່ຄວນຜັນຂະຫຍາຍໃນໄລຍະຈະມາເຖິງ ແນໃສ່ບັນລຸໄດ້ບັນດາເປົ້າໝາຍເຊິ່ງຍຸດທະສາດໄດ້ວາງອອກ”.
(ແຫຼ່ງຄັດຈາກ VOV)


top