ຂ່າວສານ

ຍຸດທະສາດ,ທິດທາງເສດຖະກິດ ສັງຄົມ ຕ້ອງສະແດງໃຫ້ໄດ້ຄວາມມຸ່ງຫວັງພັດທະນາ

      ຕອນບ່າຍວັນທີ 22 ສິງຫາ ຢູ່ ຮ່າໂນ້ຍ, ອະນຸກຳມະການເສດຖະກິດ ສັງຄົມ ກະກຽມກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 13 ຂອງພັກ ໄດ້ຈັດກອງປະຊຸມຄົບຄະນະ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຫົວຫນ້າອະນຸກຳມະການ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ
ພາບ:vietnam+
      ກອງປະຊຸມນີ້ໄດ້ຈັດຂຶ້ນເພື່ອແນໃສ່ສືບຕໍ່ໃຫ້ຄຳເຫັນໃສ່ແຜນຮ່າງຄັ້ງທີ 4 ບົດລາຍງານສະຫລຸບຍຸດທະສາດ 10 ປີ ຄືແຕ່ປີ 2011 -2020, ຍຸດທະສາດ 10 ປີ ຄືແຕ່ປີ 2021 – 2030, ບົດລາຍງານສະຫລຸບ 5 ປີ ຄືແຕ່ປີ 2016 – 2020 ແລະ ທິດທາງໄລຍະ 2021 – 2025.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາສະມາຊິກອະນຸກຳມະການ ຄວນຕີລາຄາ, ໄຈ້ແຍກ ສະພາບການຢູ່ພາຍໃນປະເທດ ແລະ ສາກົນ ໃຫ້ຖືກຕ້ອງ, ພາວະວິໄສ ພ້ອມທັງສະແດງໃຫ້ເຫັນຢ່າງຈະແຈ້ງໃນບັນດາບົດລາຍງານກ່ຽວກັບຄວາມມຸ່ງຫວັງບືນຕົວຂຶ້ນຢ່າງເຂັ້ມແຂງຂອງປະເທດຊາດໃນຍຸດທະສາດ, ເພື່ອແນໃສ່ຮັດແຄບຊ່ອງຫວ່າງການພັດທະນາ. ພ້ອມທັງສະເຫນີບັນດາການກຳນົດທິດ, ມາດຕະການແກ້ໄຂຕົ້ນຕໍ ສ້າງການພັດທະນາກະໂດດຂັ້ນໃນ 5 ປີ ແລະ 10 ປີຈະມາເຖິງ ເປັນຕົ້ນແມ່ນວິໄສທັດຮອດປີ 2045, ປີ ສະເຫລີມສະຫລອງ 100 ປີສະຖາປະນາປະເທດຊາດ. 
 (ແຫຼ່ງຄັດຈາກ VOV)


top