ຂ່າວສານ

ຍື່ນ​ສະ​ເໜີຕ​ໍ່​ສະ​ພາ​ແຫ່ງ​ຊາດ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ຊາວ​ຕ່າງ​ປະ​ເທດ​ທີ່​ປະ​ກອບ​ອາ​ຊີບກວດ, ປິ່ນ​ປົວ​ພະ​ຍາດ​ຍາວ​ນານ​ຢູ່ ຫວຽດ​ນາມ

ຮ່າງກົດໝາຍ ວ່າດ້ວຍການກວດ ແລະ ປິ່ນປົວພະຍາດ (ສະບັບປັບປຸງ) ໄດ້ກຳນົດບັນດາມາດຕະການເພື່ອແນໃສ່ຍົກສູງທັກສະໃນການເຄື່ອນໄຫວອາຊີບ, ຍົກສູງຄຸນນະພາບສະໜອງການບໍລິການຂອງຮາກຖານກວດ, ປິ່ນປົວພະຍາດ.

ຮ່າງກົດໝາຍ ວ່າດ້ວຍການກວດ ແລະ ປິ່ນປົວພະຍາດ (ສະບັບປັບປຸງ) ໄດ້ກຳນົດບັນດາມາດຕະການເພື່ອແນໃສ່ຍົກສູງທັກສະໃນການເຄື່ອນໄຫວອາຊີບ, ຍົກສູງຄຸນນະພາບສະໜອງການບໍລິການຂອງຮາກຖານກວດ, ປິ່ນປົວພະຍາດ. 

   

ວາລະປະຊຸມເທື່ອທີ 10

ໂດຍສືບຕໍ່ລາຍການເຮັດວຽກຂອງວາລະປະຊຸມເທື່ອທີ 10, ຕອນເຊົ້າວັນທີ 21 ເມສາ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການກວດ ແລະ ປິ່ນປົວພະຍາດ (ສະບັບປັບປຸງ). ຮ່າງກົດໝາຍດັ່ງກ່າວໄດ້ກຳນົດບັນດາມາດຕະການເພື່ອແນໃສ່ຍົກສູງທັກສະໃນການເຄື່ອນໄຫວອາຊີບ, ຍົກສູງຄຸນນະພາບສະໜອງການບໍລິການຂອງຮາກຖານກວດ, ປິ່ນປົວພະຍາດ. ເພີ່ມທະວີການຈັດແບ່ງຂັ້ນ, ແບ່ງສິດອຳນາດ, ປະຕິຮູບລະບຽບການບໍລິຫານໃນການກວດ ແລະ ປິ່ນປົວພະຍາດ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍຮຽກຮ້ອງໃຫ້ສືບຕໍ່ສ້າງຮ່າງກົດໝາຍໃຫ້ສົມບູນແບບຕາມທິດ “ຖືຄົນເຈັບເປັນໃຈກາງ” ແລະ ເຫັນດີຕໍ່ລະບົບຮາກຖານກວດ, ປິ່ນປົວພະຍາດລວມທັງ ພາກລັດ ແລະ ພາກເອກະຊົນ ຖືກຈັດແບ່ງອອກເປັນ 3 ຂັ້ນ: ຂັ້ນກວດ, ປິ່ນປົວພະຍາດໃນເບື້ອງຕົ້ນ, ຂັ້ນກວດ, ປິ່ນປົວພະຍາດທົ່ວໄປ ແລະ ຂັ້ນກວດ, ປິ່ນປົວພະຍາດແບບລົງເລິກ.

(ແຫຼ່ງຄັດຈາກ VOV)


top