ຂ່າວສານ

ຍື່ນສະເໜີສຳເນົາເອກະສານ “ອາຊີບຜະລິດພາບພື້ນເມືອງ ດົງໂຮ່” ເຖິງ UNESCO

      ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ຕົກລົງຍື່ນສະເໜີຕໍ່ອົງການສະຫະປະຊາຊາດດ້ານວິທະຍາສາດ, ການສຶກສາ ແລະ ວັດທະນະທຳ (UNESCO) ພິຈາລະນານຳ ອາຊີບຜະລິດພາບພື້ນເມືອງ ດົງໂຮ່ເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຄວນໄດ້ຮັບການອະນຸລັກຮັກສາຢ່າງຮີບດ່ວນ. 

ພາບພື້ນເມືອງ ດົງໂຮ່ / TTXVN
      ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ເປັນເຈົ້າພາບຮັບຜິດຊອບ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຮັດລະບຽບການທີ່ຈຳເປັນ ເພື່ອສົ່ງສຳເນົາເອກະສານເຖິງ UNESCO ກ່ອນວັນທີ 31 ມີນາ 2020.
        ອາຊີບຜະລິດພາບພື້ນເມືອງ ດົງໂຮ່ ກຳເນີດຢູ່ບ້ານ ດົງໂຮ່, ຕາແສງ ຊອງໂຮ່, ເມືອງ ທ້ວນແທ່ງ, ແຂວງ ບັກນິງ, ພາບພື້ນເມືອງ ດົງໂຮ່ ມີມາກ່ອນນີ້ນັບຫລາຍຮ້ອຍປີ, ເຊິ່ງຕິດພັນກັບຮີດຄອງປະເພນີແຂວນພາບປະດັບປະດາໃນຊຸມວັນບຸນເຕັດ, ວັນບຸນໄຫວ້ພະຈັນ, ບູຊາບັນພະບຸລຸດ.
 (ແຫຼ່ງຄັດຈາກ VOV)


top