ຂ່າວສານ

ຍື່ນສະເໜີສະພາແຫ່ງຊາດພິຈາລະນາ, ຕົກລົງການເພີ່ມເຕີມແຜນງົບປະມານແຫ່ງລັດແຫຼ່ງທຶນຊ່ວຍເຫຼືອລ້າຂອງຕ່າງປະເທດ

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມຄັ້ງທີ 9, ຕອນເຊົ້າວັນທີ 15 ມີນາ, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາກ່ຽວກັບເລື່ອງເພີ່ມເຕີມແຜນງົບປະມານແຫ່ງລັດແຫຼ່ງທຶນຊ່ວຍເຫຼືອລ້າຂອງຕ່າງປະເທດ ປີ 2020; ເພີ່ມເຕີມແຜນງົບປະມານແຫ່ງລັດແຫຼ່ງທຶນຊ່ວຍເຫຼືອລ້າ ປີ 2021.
  ວາລະປະຊຸມ (ພາບ: TTXVN)  

 ປືກສາຫາລືທີ່ກອງປະຊຸມ, ບັນດາກຳມະການ ຄະນະປະຈຳສະພາແຫ່ງຊາດສະເໜີໃຫ້ລັດຖະບານຄຸ້ມຄອງບັນດາບ້ວງເງິນຊ່ວຍເຫຼືອລ້ານັ້ນໃຫ້ແໜ້ນແຟ້ນ, ບໍ່ປະໃຫ້ຮົ່ວໄຫຼ, ຟຸມເຟືອຍ ແລະ ອັດເດດ, ສຳຫຼວດກວດກາຕົວເລກຢ່າງຮີບດ່ວນ ເພື່ອຍື່ນສະເໜີສະພາແຫ່ງຊາດພິຈາລະນາ, ຕົກລົງ. ສະເໜີລັດຖະບານສືບຕໍ່ຄົ້ນຄວ້າບັນດານິຕິກຳໃຫ້ສົມບູນແບບ; ເພີ່ມທະວີການກວດກາ, ຕິດຕາມກວດກາສຳລັບແຫຼ່ງທຶນຊ່ວຍເຫຼືອລ້າ ຮັບປະກັນການນຳໃຊ້ຢ່າງມີປະສິດທິຜົນ, ເປີດເຜີຍ, ໂປ່ງໃສຕາມຂໍ້ກຳນົດ.



top