ຂ່າວສານ

ຍີ່​ປຸ່ນ​ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອັນ​ເລິກ​ເຊິ່ງກວ້າງຂວາງ​ຂອງ​ຫວຽດນາມ ​ແລະ ຫວຽດນາມ ຖື​ການ​ພົວພັນ​ກັບ ຍີ່ປຸ່ນ ເປັນ​​​ສຳ​ຄັນໃນ​ທຸກ​ຂົງ​​ເຂດ

ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ຢືນຢັນຄືດັ່ງກ່າວໃນ ຕອນບ່າຍວັນທີ 9 ມັງກອນ, ຢູ່ສຳນັກງານປະທານປະເທດ, ໃນການຕ້ອນຮັບ ທ່ານ Suga Yoshihide ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ.
  ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ຕ້ອນຮັບ ທ່ານ Suga Yoshihide ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ (ພາບ: TTXVN)  

ທ່ານປະທານປະເທດ ຫວຽດນາມ ປາດຖະໜາວ່າ ຍີ່ປຸ່ນ ຈະສືບຕໍ່ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນໄວໜຸ່ມ; ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ; ສ້າງເງື່ອນໄຂສະດວກ ເພື່ອໃຫ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດແຮງງານ, ບຳລຸງສ້າງຊັບພະຍາກອນມະນຸດຄຸນນະພາບສູງ, ການສຶກສາ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ ແລະ ອື່ນໆ. ບັນລຸໄດ້ຫຼາຍບາດກ້າວໃໝ່. ສ່ວນ, ທ່ານ Suga Yoshihide ຢືນຢັນຈະສືບຕໍ່ໜູນຊ່ວຍການພົວພັນລະຫວ່າງສອງປະເທດ; ສືບຕໍ່ຊຸກຍູ້ການຮັກສາພົບປະຂັ້ນສູງລະຫວ່າງສອງພັກກຳອຳນາດ, ລັດຖະບານ ແລະ ສະພາແຫ່ງຊາດຂອງສອງປະເທດໄວ້.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນແຫ່ງການສ້າງຕັ້ງການພົວພັນທາງການທູດ ຄົບຮອບ 50 ປີ (1973-2023), ທ່ານ ປະທານປະເທດ ຫວຽດນາມ ສະເໜີໃຫ້ ສອງຝ່າຍ ຈັດງານບຸນວັດທະນະທຳຫຼາຍຄັ້ງ; ຊຸກຍູ້ການເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງສອງພື້ນຖານເສດຖະກິດກ່ຽວກັບການຄ້າ, ການລົງທຶນ, ໜູນຊ່ວຍການພັດທະນາຢ່າງເປັນທາງການ (ODA), ຫັນລະດັບການສະໜອງເປັນຫຼາກຫຼາຍຮູບແບບ.

ສ່ວນ ທ່ານ Suga Yoshihide ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ກໍ່ປາດຖະໜາວ່າ ສອງປະເທດ ຈະຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນກວ່າເກົ່າ; ສືບຕໍ່ຮ່ວມມືຢ່າງມີປະສິດທິຜົນ ພັດທະນາບັນດາໂຄງການພື້ນຖານໂຄງລ່າງຢູ່ ຫວຽດນາມ; ເຊື່ອມໂຍງການຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ ຢູ່ບັນດາຂົງເຂດສະເພາະ.

 

 


top