ຂ່າວສານ

ຍີ່​ປຸ່ນ ແລະ ສ.ເກົາຫຼີ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນ​ຫາ ສປ​ປ.ເກົາຫຼີ

ທ່ານ Kim Gunn ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ Takehiro Funakoshi ໄດ້ມີການພົບປະກັນຢູ່ສຳນັກງານກະຊວງການຕ່າງປະເທດ ສ.ເກົາຫຼີ ຢູ່ນະຄອນຫຼວງ ເຊີອູນ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືໃນບັນຫາ ສປປ.ເກົາຫຼີ.
  ທ່ານ Kim Gunn ທູດພິເສດ ສ.ເກົາຫຼີ ກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງຢູ່ແຫຼມ ເກົາຫຼີ ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ Takehiro Funakoshi (ພາບ: Yonhap)  

ໃນວັນທີ 31 ມັງກອນ, ທູດພິເສດ ສ.ເກົາຫຼີ ກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງຢູ່ແຫຼມ ເກົາຫຼີ, ທ່ານ Kim Gunn ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ Takehiro Funakoshi ໄດ້ມີການພົບປະກັນຢູ່ສຳນັກງານກະຊວງການຕ່າງປະເທດ ສ.ເກົາຫຼີ ຢູ່ນະຄອນຫຼວງ ເຊີອູນ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືໃນບັນຫາ ສປປ.ເກົາຫຼີ. ສອງຝ່າຍກໍເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສອງຝ່າຍລະຫວ່າງ ສ.ເກົາຫຼີ - ຍີ່ປຸ່ນ, ກໍຄືການຮ່ວມມື 3 ຝ່າຍກັບ ອາເມລິກາ ໃນບັນຫາ ສປປ.ເກົາຫຼີ. ເຈົ້າໜ້າທີ່ສອງທ່ານກໍເຫັນດີເປັນເອກະພາບເພີ່ມທະວີການຕິດຕໍ່ພົວພັນ ແນໃສ່ເກ້ຍກ່ອມ ພຽງຢາງ ກັບຄືນສູ່ການເຈລະຈາ.

ພາຍຫຼັງການພົບປະ, ກະຊວງການຕ່າງປະເທດ ຍີ່ປຸ່ນ ກໍໃຫ້ຮູ້ກ່ຽວກັບທັດສະນະແບ່ງປັນຂອງຄະນະປະຕິບັດວ່າ ບັນດາເຫດທົດລອງຍິງລູກສອນໄຟຂອງ ສປປ.ເກົາຫຼີ ກໍ່ຄວາມວິຕົກກັງວົນຕໍ່ປະຊາຄົມສາກົນ.


top