ຂ່າວສານ

ຍີ່ປຸ່ນແລະອາເມລິກາຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກແລະທະເລຮວາຕູງ

      ວັນທີ 12 ພະຈິກ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ໃຫ້ການຕ້ອນຮັບທ່ານ Mark Milley ປະທານສະພາເສນາທິການກຳລັງທະຫານປະສົມ ອາເມລິກາ  ພວມຢ້ຽມຢາມ ຍີ່ປຸ່ນ. 

ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານ Mark Milley ປະທານສະພາເສນາທິການກຳລັງທະຫານປະສົມ ອາເມລິກາ 
 (ພາບ: vtc.vn)
      ກ່ຽວຂ້ອງເຖິງບັນດາການກະທຳຂອງຈີນ ຫວ່າງແລ້ວນີ້ ຢູ່ ທະເລຕາເວັນອອກ ແລະ ທະເລຮວາຕູງ, ສອງຝ່າຍເປັນເອກະພາບທັດສະນະວ່າ ມີຄວາມວິຕົກກັງວົນ ແລະ ຄັດຄ້ານການກະທຳປ່ຽນແປງສະພາບການເດີມຕາມລຳພັງຝ່າຍດຽວຂອງຈີນ ຢູ່ ທະເລຮວາຕູງ ແລະ ທະເລຕາເວັນອອກ. ສອງຝ່າຍກໍ່ໄດ້ຢັ້ງຢືນຄວາມສຳຄັນຂອງການຮ່ວມມື 3 ຝ່າຍ ລະຫວ່າງ ຍີ່ປຸ່ນ, ອາເມລິກາ ແລະ ສເກົາຫລີ ໃນບັນຫາກຮຽກຮ້ອງ ສປປ ເກົາຫລີ ປະຕິບັດການລົບລ້າງ ແລະ ມີການກວດກາສຳລັບນິວເຄຼຍ ແລະ ລູກສອນໄຟ.
 (ແຫຼ່ງຄັດຈາກ VOV)

top