ຂ່າວສານ

ຍີ່ປຸ່ນຄັດຄ້ານເລື່ອງ ຈີນຕັ້ງຊື່ໃຫ້ໂຄງປະກອບເຂດທະເລ ຮວາຕຸງ

      ວັນທີ 27 ມິຖຸນາ, ທ່ານ Suga Yohihide ຫົວໜ້າຫ້ອງການຄະນະລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ ລັດຖະບານ ຍີ່ປຸ່ນ ໄດ້ມີການຄັດຄ້ານຢ່າງແຮງຕໍ່ຈີນກ່ຽວກັບເລື່ອງຈີນຕັ້ງຊື່ໃຫ້ບັນດາໂຄງປະກອບດ້ານພູມີປະເທດ ຢູ່ໃຕ້ນ້ຳທະເລທີ່ຢູ່ອ້ອມແອ້ມໝູ່ເກາະ Senkaku/ຕຽວອີ.

ເກາະໜຶ່ງຂຶ້ນກັບໝູ່ເກາະ  Senkaku (ພາບ: AFP/vov)
      ຕາມຝ່າຍຍີ່ປຸ່ນແລ້ວ, ບໍ່ມີຫຍັງຕ້ອງໂຕ້ຖຽງກັນກ່ຽວກັບເລື່ອງ ໝູ່ເກາະ Senkaku ແມ່ນເຂດນ້ຳແດນດິນ ຂອງຍີ່ປຸ່ນ, ນັບທັງດ້ານປະຫວັດສາດ ແລະ ກົດໝາຍສາກົນ. ດັ່ງນັ້ນ, ເລື່ອງຈີນຕັ້ງຊື່ໃຫ້ໂຄງປະກອບຢູ່ໃຕ້ນ້ຳທະເລຢູ່ເຂດນີ້ ກໍ່ບໍ່ສາມາດປ່ຽນແປງ ຄວາມຈິງໄດ້.
            ກ່ອນໜ້ານັ້ນ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຈີນ ໃຫ້ຮູ້ວ່າ ໄດ້ຕັ້ງຊື່ໃຫ້ແກ່ໂຄງປະກອບພູມີປະເທດ 50 ແຫ່ງຢູ່ໃຕ້ນ້ຳທະເລຮວາຕຸງ. ໃນມັນມີທັງ ຕຽວອີ, ເຊິ່ງແມ່ນຊື່ ທີ່ຈີນເຄີຍໃຊ້ເພື່ອເອີ້ນໜຶ່ງໃນບັນດາໝູ່ເກາະນີ້.
 (ແຫຼ່ງຄັດຈາກ VOV)


top