ຂ່າວສານ

ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວນ້າ ແລະ ຍາວນານຂອງຫວຽດນາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຕີລາຄາສູງຫຼັກໝັ້ນຂອງຍີ່ປຸ່ນ ກ່ຽວກັບບັນຫາທະເລຕາເວັນອອກ.


 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ 

ຕ້ອນຮັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide

(ພາບ: tienphong.vn)


ວັນທີ 19 ຕຸລາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ຫວຽດນາມ ສືບຕໍ່ຢຶດໝັ້ນເສັ້ນທາງການທູດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນທາງການທູດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ໃນນັ້ນຍາມໃດກໍ່ກຳນົດວ່າ ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ ແລະ ຍາວນານ ດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຕີລາຄາສູງຫຼັກໝັ້ນຂອງຍີ່ປຸ່ນ ກ່ຽວກັບບັນຫາທະເລຕາເວັນອອກ, ໃນນັ້ນມີການແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

        ສ່ວນທ່ານນາຍົກລັດຖະມົນຕີ Suga Yoshihide ສະແດງຄວາມປະທັບໃຈຕໍ່ໜ້າບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງການປ່ຽນແປງໃໝ່; ນິຍົມນັບຖືເລື່ອງຫວຽດນາມ ຄວບຄຸມໂລກລະລາດໂຄວິດ-19 ບັນລຸຜົນສຳເລັດ ແລະ ເນັ້ນໜັກວ່າ ທີ່ຕັ້ງຂອງຫວຽດນາມ ຢູ່ພາກພື້ນໄດ້ຖືເປັນສຳຄັນ, ຍາມໃດກໍ່ສະໜັບສະໜູນການພັດທະນາຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)


top