ຂ່າວສານ

ຍີ່ປຸ່ນ ຮຽກຮ້ອງໃຫ້ແບ່ງປັນຂໍ້ມູນຂ່າວສານເພື່ອແນໃສ່ຮັບມືກັບໂລກລະບາດCovid – 19

      ວັນທີ 15 ເມສາ, ທ່ານChiba Akira ເອກອັກຄະລັດຖະທູດຍີ່ປຸ່ນປະຈຳອາຊຽນໄດ້ເນັ້ນໜັກເຖິງການແບ່ງປັນຂໍ້ມູນຂ່າວສານແລະຄວາມຮູ້ຢ່າງ ເປີດອົກເປີດໃຈ, ໂປ່ງໃສແລະວ່ອງໄວແມ່ນສຳຄັນທີ່ສຸດແລະແມ່ນປະຖົມປັດໄຈໃຫ້ແກ່ການຮ່ວມມືໃນພາກພື້ນເພື່ອແນໃສ່ຮັບມືກັບໂລກລະບາດCovid -19.

ທ່ານChiba Akira ເອກອັກຄະລັດຖະທູດຍີ່ປຸ່ນປະຈຳອາຊຽນ ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ
ປະຈຳອາຊຽນ (ພາບ:
TTXVN)
      ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມປະຈຳອາຊຽນ, ທ່ານເອກອັກຄະ ລັດຖະທູດ Chiba Akira ໄດ້ຕີລາຄາສູງຂໍ້ລິເລີ່ມໃນການຈັດຕັ້ງກອງປະຊຸມສຸດຍອດພິເສດອາຊຽນແລະອາຊຽນ + 3 ກ່ຽວກັບການຮັບມືກັບໂລກລະບາດCovid -19, ທ່ານ Chiba Akira ກໍ່ຖືວ່າສິ່ງນີ້ໄດ້ສະແດງໃຫ້ເຫັນວ່າຫວຽດນາມ ຄາດຄະເນລ່ວງໜ້າໄດ້ກ່ຽວກັບຄວາມຈຳເປັນຂອງການແບ່ງປັນຂໍ້ມູນຂ່າວສານ, ການຮ່ວມມືແລະຄວາມສາມັກຄີລະຫວ່າງບັນດາປະເທດໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)


top