ຂ່າວສານ

ຍີ່ປຸ່ນ ຢືນຢັນຄືນໃໝ່ການສະໜັບສະໜູນຄວາມເປັນລະບຽບໂດຍອີງໃສ່ກົດໝາຍສາກົນຢູ່ທະເລຕາເວັນອອກ

ຍີ່ປຸ່ນ ຖືວ່າ, ທຸກການກະທຳນຳໃຊ້ອາວຸດ ຫຼື ບີບບັງຄັບຢູ່ເຈດທະເລດັ່ງກ່າວລ້ວນແຕ່ບໍ່ສາມາດຮັບຮູ້ໄດ້.
  (ພາບປະກອບ: baotintuc.vn)  

 ຍີ່ປຸ່ນ ສະໜັບສະໜູນຢ່າງແຮງຕໍ່ເລື່ອງເຄົາລົບຄຳຕັດສິນຂອງສານທີ່ໄດ້ຍົກອອກມາເມື່ອປີ 2016 ຂອງສານອະນຸຍາໂຕຕຸລາການ (PCA) ຢູ່ ລາໄຫ, ປະເທດ ໂຮນລັງ ກ່ຽວກັບບັນຫາທະເລຕາເວັນອອກ. ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຟີລິບປິນ Kashikawa Kazuhiko ແບ່ງປັນໃນ Twitter ວ່າ, ເປົ້າໝາຍຮັບປະກັນຄວາມເປັນລະບຽບ ແລະ ສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ ແມ່ນຄວາມສົນໃຈລວມຢ່າງຊອບທຳຂອງປະຊາຄົມສາກົນ, ໃນນັ້ນມີ ຍີ່ປຸ່ນ. ນີ້ແມ່ນເຂດ ເສັ້ນທາງທະເລສຳຄັນ, ຕ້ອງໄດ້ຮັກສາສະພາບເສລີ ແລະ ເປີດກວ້າງ. ຍີ່ປຸ່ນ ຖືວ່າ, ທຸກການກະທຳນຳໃຊ້ອາວຸດ ຫຼື ບີບບັງຄັບຢູ່ເຈດທະເລດັ່ງກ່າວລ້ວນແຕ່ບໍ່ສາມາດຮັບຮູ້ໄດ້. ຍິ່ງກວ່າເວລາໃດໝົດ, ປະຈຸບັນ ການເຄົາລົບຄວາມເປັນລະບຽບສາກົນ ໂດຍອີງໃສ່ບັນດາຂໍ້ກຳນົດຂອງກົດໝາຍແມ່ນສິ່ງສຳຄັນຕໍ່ທຸກໆປະເທດ, ບໍ່ວ່າຈະແມ່ນປະເທດໃຫຍ່ ຫຼື ນ້ອຍ.

ເດືອນ ກໍລະກົດ ປີ 2016, ສານ PCA ໄດ້ອອກຄຳຕັດສິນສຳຄັນໂດຍປະຕິເສດຄຳຮຽກສິດທີ່ໄຮ້ເຫດຜົນຂອງ ຈີນ ກ່ຽວກັບ “ບັນດາສິດປະຫວັດສາດ” ສຳລັບເຂດທະເລນອນໃນອັນທີ່ເອີ້ນວ່າ “ເສັ້ນ 9 ຕອນ” ເຊິ່ງປະເທດນີ້ຍົກອອກມາ, ເຄີຍກວມເອົາ 80% ຂອງເນື້ອທີ່ຢູ່ທະເລຕາເວັນອອກ.


top