ໃນ 1 ປີຜ່ານມາ, ບັນດາການເຄື່ອນໄຫວໂອ້ລົມສົນທະນາ ແລະ ການພົບປະຂັ້ນສູງໄດ້ຮັບການເປີດກວ້າງ ແລະ ເຮັດໃຫ້ເລິກເຊິ່ງກວ່າໃນບັນດາຂົງເຂດເສດຖະກິດ, ການຄ້າ ການລົງທຶນ, ຄວາມໝັ້ນຄົງ
ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki (ພາບ: TTXVN)
ວັນທີ 27 ພະຈິກ, ຫວຽດນາມ ແລະ ຍີ່ປຸ່ນ ສະເຫຼີມສະຫຼອງ 1 ປີແຫ່ງວັນຍົກລະດັບການພົວພັນທາງການທູດຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ ອາຊີ ແລະ ໃນໂລກ”. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki ໄດ້ແບ່ງປັນກັບສື່ມວນຊົນກ່ຽວກັບບັນດາຂີດໝາຍພົ້ນເດັ່ນໃນການພົວພັນລະຫວ່າງ 2 ປະເທດໃນເວລາ 1 ປີຜ່ານມາ ແລະ ແງ່ຫວັງພັດທະນາໃນໄລຍະຈະມາເຖິງ.
ຕາມທ່ານເອກອັກຄະລັດຖະທູດ Ito Naoki ແລ້ວ, ໃນ 1 ປີຜ່ານມາ, ບັນດາການເຄື່ອນໄຫວໂອ້ລົມສົນທະນາ ແລະ ການພົບປະຂັ້ນສູງໄດ້ຮັບການເປີດກວ້າງ ແລະ ເຮັດໃຫ້ເລິກເຊິ່ງກວ່າໃນບັນດາຂົງເຂດເສດຖະກິດ, ການຄ້າ ການລົງທຶນ, ຄວາມໝັ້ນຄົງ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ການພົວພັນແລກປ່ຽນປະຊາຊົນ. ທ່ານໃຫ້ຮູ້ວ່າ, ຍີ່ປຸ່ນ ປາດຖະໜາຢາກຮ່ວມເດີນທາງຮ່ວມມືກັບ ຫວຽດນາມ ໃນສັງກາດບຸກບືນພັດທະນາຢ່າງແຮງ, ເພື່ອພ້ອມກັນເພີ່ມທະວີການຮ່ວມມືສ້າງຜົນປະໂຫຍດໃຫ້ທັງ 2 ຝ່າຍ.
“3 ຂົງເຂດເຊິ່ງລັດຖະບານ ຫວຽດນາມ ກຳນົດຈະສຸມໃສ່ໃນໄລຍະຈະມາເຖິງແມ່ນ, ພື້ນຖານໂຄງລ່າງຄົມມະນາຄົມ (ລວມມີເສັ້ນທາງລົດໄຟຄວາມໄວສູງ), ພະລັງງານ ແລະ ການຫັນເປັນດີຈີຕອນ. ໃນໄລຍະຈະມາເຖິງ, ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸການເຕີບໂຕຢ່າງແຮງກວ່າອີກ, ແລະ ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ເປີດກວ້າງຕະຫຼາດຢູ່ ຫວຽດນາມ”.