ຂ່າວສານ

ຍີ່ປຸນສະເໜີຈັດກອງປະຊຸມ 2+2 ກັບຈີນ

      ບັນດາແຫຼ່ງຂ່າວທາງການທູດຍີ່ປຸ່ນ ໃຫ້ຮູ້ວ່າ, ວັນທີ 28 ພຶດສະພາ, ລັດຖະບານຍີ່ປຸ່ນ ໄດ້ສະເໜີກັບຈີນ ວ່າ
2 ຝ່າຍຄວນເລີ່ມຈັດບັນດາກອງປະຊຸມລະຫວ່າງບັນດາລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດຂອງ 2 ປະເທດ ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງ. ຜ່ານການສະເໜີຈັດຕັ້ງກອງປະຊຸມ 2+2, ຍີ່ປຸ່ນ ຫວັງວ່າ ຈະຫຼຸດຜ່ອນສະພາບຄວາມເຄັ່ງຕຶງຢູ່ທະເລ ຮວາຕຸງ, ເຊິ່ງແມ່ນເຂດທີ່ 2 ປະເທດພວມເກີດການຂັດແຍ້ງທາງດ້ານອຳນາດອະທິປະໄຕ ທີ່ກ່ຽວຂ້ອງເຖິງໝູ່ເກາະ ເຊິ່ງໃນປະຈຸບັນຍີ່ປຸ່ນ ພວມຄວບຄຸມ ແລະ ເອີ້ນວ່າ Senkaku ແລະ ຈີນ ເອີ້ນວ່າ ຕຽວອີ.
        ບັນດາແຫຼ່ງຂ່າວດັ່ງກ່າວກໍ່ໃຫ້ຮູ້ວ່າ, ປະຈຸບັນ ປັກກິງ ຍັງບໍ່ທັນເຫັນດີ ຫຼື ປະຕິເສດຂໍ້ສະເໜີດັ່ງກ່າວ, ຖືວ່າ, ບັນຫານີ້ອາດຈະນອນໃນໂຄງການດຳເນີນງານ ເມື່ອທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ພົບປະກັບທ່ານປະທານປະເທດຈີນ ສີຈີ້ນຜິງ ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຢູ່ Osaka, ຍີ່ປຸ່ນ ໃນເດືອນ ມິຖຸນາ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)


top