ຂ່າວສານ

ຍາມ​ໃດ ສ​ປ​ຊ ກໍ່​ແມ່ນ​ບຸ​ລິ​ມະ​ສິດ ໃນ​ນະ​ໂຍ​ບາຍ​​ການຕ່າງ​ປະ​ເທດຂອງ​ຫວຽດ​ນາມ

ຕອນບ່າຍວັນທີ 21 ຕຸລາ, ຢູ່ສຳນັກງານ ລັດຖະບານ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານຂອງ ສປຊ ປະຈຳຫວຽດນາມ ພ້ອມກັບຜູ້ຕາງໜ້າເຈົ້າໜ້າທີ່ ສປຊ ບາງຄົນຢູ່ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ ຄືວັນທີ 24 ຕຸລາ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກມອບຂອງຂວັນທີ່ເປັນທີ່ລະນຶກໃຫ້ແກ່ທ່ານ  Kamal Malhotra ຜູ້ປະສານງານຂອງ ສປຊ ປະຈຳຫວຽດນາມ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັງຢືນວ່າ ຍາມໃດ ສປຊ ກໍ່ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ ຂອງ ຫວຽດນາມ, ພ້ອມທັງເນັ້ນໜັກວ່າ: ຫວຽດນາມຍາມໃດກໍ່ມີຄວາມເຄົາລົບນັບຖື, ສະໜິດຕິດພັນ ມີໄມຕີຈິດມິດຕະພາບຕໍ່ ສປຊ, ດັ່ງນັ້ນໃນປີນີ້, ຢູ່ບັນດາວາລະປຶກສາຫາລືຂອງ ສະມັດຊາໃຫຍ່ ສປຊ, ເປັນຄັ້ງທຳອິດທີ່ມີທັງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນລ້ວນແຕ່ມີສານຢັ້ງຢືນບົດບາດຂອງ ສປຊໃນການແກ້ໄຂບັນດາບັນຫາທົ່ວໂລກ.

ສ່ວນທ່ານ Kamal Malhotra ໄດ້ສະແດງຄວາມເສົ້າສະຫຼົດໃຈຊຸດຊຶ້ງໄປຍັງປະຊາຊົນເຂດພາກກາງຫວຽດນາມ ທີ່ພວມໄດ້ຮັບຜົນເສຍຫາຍຢ່າງໜັ້ກໜ່ວງໂດຍຝົກຕົກ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນກໍ່ຂຶ້ນ. ທ່ານ Kamal Malhotra ກໍ່ຕີລາຄາສູງ ຫວຽດນາມໃນຖານະເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນ ເດືອນມັງກອນທີ່ຜ່ານມາ ແລະ ໃນປີທຳອິດຂອງອາຍຸການ 2020 – 2021 ໃນຖານະຕຳແໜ່ງເປັນກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ, ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການປົກປັກຮັກສາ ລັດທິຫຼາຍຝ່າຍ, ປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບຂອງ ສປຊ.

(ແຫຼ່ງຄັດຈາກ VOV)


top