ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີຫາກໍ່ປະກາດໃຊ້ເອກະສານບາງສະບັບກ່ຽວກັບຍຸດທະສາດແຫ່ງຊາດ ກ່ຽວກັບການປະຕິວັດອຸດສາຫະກຳ ຄັ້ງທີ 4 ຮອດປີ 2030 ແລະ ອະນຸມັດຜ່ານ ໂຄງການ “ເພີ່ມທະວີການເຂົ້າຮ່ວມຢ່າງສະເໝີພາບ ຂອງແມ່ຍິງໃນການດຳລົງບັນດາຕຳແໜ່ງການນຳ ແລະ ການຄຸ້ມຄອງຢູ່ບັນດາຂັ້ນວາງ ນະໂຍບາຍໄລຍະ 2021 - 2030”.
ກ່ຽວກັບຍຸດທະສາດແຫ່ງຊາດ ກ່ຽວກັບການ ປະຕິວັດອຸດສາຫະກຳ ຄັ້ງທີ 4 ຮອດປີ 2030, ເປົ້າໝາຍແມ່ນເປັນເຈົ້າການໃນການຍາດແຍ່ງບັນດາກາລະໂອກາດຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4 ຢ່າງມີປະສິດທິຜົນ, ເປັນເຈົ້າໂດຍພື້ນຖານ ແລະ ນຳໃຊ້ເຕັກໂນໂລຢີໃໝ່ເຂົ້າໃນບັນດາຂົງເຂດເສດຖະກິດ - ສັງຄົມຢ່າງກວ້າງຂວາງ, ປະດິດສ້າງເຕັກໂນໂລຢີໃໝ່ເທື່ອລະກ້າວ ເພື່ອແນໃສ່ຊຸກຍູ້ວິວັດການປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ທີ່ຕິດພັນກັບການປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດ ແລະ ຫັນປະເທດຊາດເປັນທັນສະໄໝ, ພັດທະນາເສດຖະກິດດີຈີຕອນຢ່າງແຮງ.
ໂຄງການ “ເພີ່ມທະວີການເຂົ້າຮ່ວມຢ່າງສະເໝີພາບຂອງ ແມ່ຍິງໃນການດຳລົງບັນດາຕຳແໜ່ງ ແລະ ຄຸ້ມຄອງຂັ້ນວາງນະໂຍບາຍໄລຍະ 2021 - 2030” ຕັ້ງເປົ້າໝາຍຮອດປີ 2025 ບັນລຸໄດ້ 60% ແລະ ຮອດປີ 2030 ບັນລຸໄດ້ 75% ຈຳນວນອົງການຄຸ້ມຄອງລັດ, ອຳນາດການປົກຄອງທ້ອງຖິ່ນ ທຸກຂັ້ນ ມີການນຳຫຼັກແຫຼ່ງແມ່ນເພດຍິງ.
(ແຫຼ່ງຄັດຈາກ VOV)