ຂ່າວສານ

ຍາດແຍ່ງທ່າໄດ້ປຽບຈາກບັນດາສັນຍາ FTA ເພື່ອພັດທະນາເສດຖະກິດ

ໃນປີ 2022, ໄດ້ເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ, ພິເສດແມ່ນໃນສະພາບການປະເທດໄດ້ເຂົ້າຮ່ວມສັນຍາການຄ້າເສລີ (FTA) ຫຼາຍສະບັບ.

(ພາບປະກອບ: moit.gov.vn)

ໃນສະພາບໂລກລະບາດໂຄວິດ-19 ຜັນແປໄປຢ່າງສັບສົນ, ຍາກທີ່ຈະຄາດຄະເນໄດ້ນັ້ນ ຢູ່ຫຼາຍປະເທດ ແລະ ພື້ນຖານເສດຖະກິດເກີອບທັງໝົດ, ວົງເງິນການຄ້າ, ການສົ່ງອອກຂອງປີ 2021 ຂອງ ຫວຽດນາມ ຍັງເຕີບໂຕ ແລະ ສືບຕໍ່ສົ່ງອອກເກີນດຸນແມ່ນໝາກຜົນເກີນຄວາມຄາດຫວັງ. ໃນປີ 2022, ໄດ້ເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ, ພິເສດແມ່ນໃນສະພາບການປະເທດໄດ້ເຂົ້າຮ່ວມສັນຍາການຄ້າເສລີ (FTA) ຫຼາຍສະບັບ. ແລະ ເລື່ອງຍາດແຍ່ງບັນດາໂອກາດທີ່ດີຈາກບັນດາສັນຍາ FTA ນັ້ນ ຈະຊ່ວຍຂົງເຂດການສົ່ງອອກຂອງ ຫວຽດນາມ ເຕີບໂຕຢ່າງແຮງກວ່າອີກ.

ຕາມຕົວເລກສະຖິຕິ, ຍອດມູນຄ່າສົ່ງອອກສິນຄ້າຂອງ ຫວຽດນາມ ໃນປີ 2021 ແມ່ນ 668,55 ຕື້ USD, ເພີ່ມຂຶ້ນ 22,6% ເມື່ອທຽບໃສ່ປີ 2020. ໃນນັ້ນ, ຍອດມູນຄ່າການສົ່ງອອກ-ນຳເຂົ້າຂອງວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແມ່ນກວ່າ 463,4 ຕື້ USD. ນີ້ອາດສາມາດເວົ້າໄດ້ວ່າແມ່ນຜົນງານທີ່ໜ້າເອກອ້າງທະນົງໃຈຂອງ ຫວຽດນາມ ໃນສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ, ສົ່ງຜົນກະທົບໂດຍກົງເຖິງບັນດາສູນເສດຖະກິດ, ເຂດອຸດສາຫະກຳໃຫຍ່, ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງການຜະລິດ ແລະ ຈໍລະຈອນສິນຄ້າຂອງ ຫວຽດນາມ.

ການສົ່ງອອກປີ 2021 ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19

ເຖິງວ່າກວມເອົາພຽງບໍ່ຮອດ 15% ມູນຄ່າສົ່ງອອກຂອງທັງພື້ນຖານເສດຖະກິດກໍ່ຕາມ, ແຕ່ກະສິກຳພັດແມ່ນຂົງເຂດນຳມາເຊິ່ງ “ກຳລັງໜູນໃໝ່” ໃຫ້ແກ່ການເຕີບໂຕໃນການສົ່ງອອກຂອງປີ 2021. ຜົນສຳເລັດໃຫຍ່ສຸດຂອງການສົ່ງອອກຜະລິດຕະພັນກະເສດເວົ້າສະເພາະ, ການສົ່ງອອກເວົ້າລວມໃນປີນີ້ ນັ້ນແມ່ນ ຫວຽດນາມ ຍັງຮັກສາບັນດາຕະຫຼາດທີ່ເປັນມູນເຊື້ອໄວ້ໄດ້ (ອາເມລິກາ ຍັງແມ່ນຕະຫຼາດສົ່ງອອກໃຫຍ່ຂອງ ຫວຽດນາມ ດ້ວຍວົງເງິນການຄ້າຄາດວ່າບັນລຸ 27,5%; ຖັດຈາກນັ້ນແມ່ນຈີນ, ສະຫະພາບເອີລົບ, ອາຊຽນ, ສ.ເກົາຫຼີ, ຍີ່ປຸ່ນ…). ພ້ອມກັນນັ້ນ, ເລື່ອງວິສາຫະກິດ ຫວຽດນາມ ໄດ້ຍາດແຍ່ງກາລະໂອກາດຈາກສັນຍາ FTA ໄດ້ດີພໍສົມຄວນ, ໂດຍສະເພາະແມ່ນສັນຍາ FTA ລຸ້ນໃໝ່ຄື: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີ ສະຫະພາບເອີລົບ - ຫວຽດນາມ (EVFTA) ແລະ ສັນຍາການຄ້າເສລີ ຫວຽດນາມ - ລາຊະອານາຈັກ ອັງກິດ (UKVFTA), ທັງໄດ້ຊ່ວຍຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ທັງເປີດກວ້າງການສົ່ງອອກສິນຄ້າຫຼາຍປະເພດທີ່ມີທ່າແຮງໄປຍັງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ, ສ້າງມູນຄ່າເພີ່ມສູງກວ່າ. ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມສົ່ງອອກ-ນຳເຂົ້າ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ, ຖືວ່າ:

ໃນໝວດສິນຄ້າປະເພດອຸດສາຫະກຳ ພວກເຮົາເຫັນວ່າ ໝວດສິນຄ້າກ່ຽວຂ້ອງເຖິງເຄື່ອງຈັ, ອຸປະກອນເອເລັກໂຕນິກມີມູນຄ່າສູງ… ນອກນັ້ນຍັງມບັນດາຂະແໜງສິນຄ້າທີ່ເປັນມູນເຊື້ອ, ພິເສດແມ່ນເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ, ໃນເວລາແຍກຫ່າງສັງຄົມຢູ່ບັນດາແຂວງທາງພາກໃຕ້ ຫວຽດນາມ ນັບແຕ່ເດືອນ ກໍລະກົດ ຮອດເດືອນ ກັນຍາ ກໍ່ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງ. ເຖິງຢ່າງໃດກໍ່ຕາມ, ໃນ 2 ເດືອນທ້າຍປີ 2021 ພວກເຮົາໄດ້ເຫັນປະຈັກຕາການຟື້ນຟູຂອງວິສາຫະກິດເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງໄວທີ່ສຸດ… ນີ້ແມ່ນບັນດາຜົນງານສຳຄັນ, ສ້າງສະພາບແວດລ້ອມລວມກ່ຽວກັບການສົ່ງອອກເປັນໜ້າຊື່ນຊົມ”.

ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມສົ່ງອອກ-ນຳເຂົ້າ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ .

ພາບ: congthuong.vn)

ຍາດແຍ່ງກາລະໂອກາດທີ່ດີຈາກ FTA ສະບັບຕ່າງໆ

ຕາມການສະຖິຕິຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ ສະແດງໃຫ້ເຫັນວ່າ ໃນປີ 2021, ການສົ່ງອອກຂອງ ຫວຽດນາມ ໄປຍັງຕະຫຼາດ ອີຢູ ເພີ່ມຂຶ້ນ 10,6%; ຕະຫຼາດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເພີ່ມຂຶ້ນ 14,5%; ສົ່ງອອກໄປຍັງບັນດາຕະຫຼາດ CPTPP ທີ່ບໍ່ທັນມີ FTA ກ່ອນນີ້ກັບ ຫວຽດນາມ ສືບຕໍ່ຮັບຮູ້ການເຕີບໂຕສູງພໍສົມຄວນ ນັ້ນແມ່ນສົ່ງອອກໄປຍັງ ການາດາ ເພີ່ມຂຶ້ນ 17,6%, ເມັກຊີໂກ 43,9%, ເປຣູ 84,3%... ທ່ານ ເຈິ່ນແທັງຫາຍ ໃຫ້ຮູ້ຕື່ມອີກວ່າ:

ໃນຕໍ່ໜ້າປັດໄຈໂລກລະບາດໃນປີ 2022 ຍັງຊ້ອນແຝງຄວາມສ່ຽງຢູ່ ແລະ ຍາກທີ່ຈະຄາດຄະເນໄດ້. ຖ້າຫາກໂລກລະບາດແຜ່ລະບາດຢ່າງຮ້າຍແຮງ ແມ່ນຈະຍັງສົ່ງຜົນກະທົບສ່ວນໃດສ່ວນໜຶ່ງເຖິງການເຄື່ອນໄຫວຜະລິດ ແລະ ສົ່ງອອກ. ເຖິງຢ່າງໃດກໍ່ຕາມ, ກ່ຽວກັບພື້ນຖານໂຄງລ່າງ ກໍຄືກຳລັງແຮງງານ ແລະ ທ່າແຮງເຊິ່ງພວກເຮົາຮັກສາໄວ້ຄືໃນປະຈຸບັນ ພວກເຮົາຍັງຮັກສາໄດ້ລະດັບການເຕີບໂຕຄືໄລຍະຜ່ານມາ, ພິເສດເມື່ອພວກເຮົາລົງນາມສັນຍາການຄ້າສະບັບໃໝ່ໃນຕົ້ນປີ 2022 - ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເລີ່ມມີຜົນສັກສິດ ກໍ່ຈະສ້າງກຳລັງແຮງໃໝ່ເພື່ອໃຫ້ວິສາຫະກິດຂອງພວກເຮົາສາມາດຍູ້ແຮງການສົ່ງອອກໄປຍັງບັນດາຕະຫຼາດ”.

ບັນດາຄວາມມານະພະຍາຍາມເປີດປະຕູຕະຫຼາດຜ່ານການເຈລະຈາການຄ້າ 2 ຝ່າຍ ແລະ ຫຼາຍຝ່າຍຂອງລັດຖະບານ ເພື່ອແນໃສ່ແກ້ໄຂຮົ້ວກີດຂວາງ, ຫັນມາດຕະຖານ, ຂໍ້ກຳນົດຢູ່ຕະຫຼາດຄູ່ຮ່ວມມືໃຫ້ໂປ່ງໄສ ຊ່ວຍໃຫ້ການເຕີບໂຕໃນການສົ່ງອອກມີຄວາມດຸ່ນດ່ຽງກວ່າ. ນັກຊ່ຽວຊານດ້ານເສດຖະກິດ ຫງວຽນມິງຟອງ, ຖືວ່າ:

ພວກເຮົາມີກາລະໂອກາດຫຼາຍຢ່າງເພື່ອເປີດກວ້າງການສົ່ງອອກ, ອີງໃສ່ພື້ນຖານການຂຸດຄົ້ນສັນຍາ FTA ໃໝ່, ນີ້ແມ່ນບັນດາກາລະໂອກາດທີ່ດີ. ນອກນັ້ນ, ຄຸນນະພາບຜະລິດຕະພັນສົ່ງອອກກໍ່ຊ່ວຍໃຫ້ ຫວຽດນາມ ແຊກຊຶມເຂົ້າຕະຫຼາດໃໝ່. ຂ້າພະເຈົ້າຖືວ່າ, ເລື່ອງຂຸດຄົ້ນສັນຍາ FTA ໃໝ່, ໂດຍສະເພາະແມ່ນ CPTPP, AVFTA ແລະ RCEF ໃນໄລຍະຈະມາເຖິງແມ່ນສິ່ງສຳຄັນທີ່ສຸດ”.

ໃນສະພາບໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນ, ສັນຍາ FTA ສະບັບຕ່າງໆໄດ້ກະຕຸກຊຸກຍູ້ແກ່ການສົ່ງອອກຂອງຫວຽດນາມ. ຍ້ອນເຫດນັ້ນ, ໃນປີ 2022, ບັນດາວິສາຫະກິດ, ຂະແໜງສິນຄ້າຂອງ ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມເຊື່ອມຕໍ່ດ້ານການຄ້າ, ສົ່ງເສີມການຄ້າທາງອອນລາຍ ແລະ ໂຄສະນາເຄື່ອງໝາຍການຄ້າ, ຜະລິດຕະພັນ… ພ້ອມທັງ, ນຳໃຊ້ທ່າແຮງຂອງບັນດາສັນຍາ FTA ເພື່ອນຳສິນຄ້າ ຫວຽດນາມ ແຊກຊຶມເຂົ້າບັນດາຕະຫຼາດໃນທົ່ວໂລກ.

 (ແຫຼ່ງຄັດຈາກ VOV)

 

 


top