ນະຄອນ ຍາຈາງ ແຂວງ ແຄ໋ງຮ່ວາ ບໍ່ພຽງແຕ່ດຶງດູດນັກທ່ອງທ່ຽວ ດ້ວຍຄວາມງາມຂອງທະເລສີຄາມ, ຊາຍຂາວ, ແສງແດດເຫຼືອງເຫຼື້ອມເທົ່ານັ້ນ ແຕ່ຍັງແມ່ນຍ້ອນບັນດາກິດຈະກຳກິລາ ແລະ ການບັນເທີງ ລະດັບສາກົນອີກດ້ວຍ. ນອກຈາກບັນດາການແຂ່ງຂັນແບບມືອາຊີບແລ້ວ, ຍາຈາງ ຍັງແມ່ນຈຸດໝາຍປາຍທາງອັນດີເລີດ ສຳລັບຜູ້ທີ່ມັກຮັກກິລາກາງແຈ້ງ.
ໃນຊຸມປີມໍ່ໆ ມານີ້, ແຂວງ ແຄ໋ງຮ່ວາ ໄດ້ເປັນເຈົ້າການຊຸກຍູ້ຮູບແບບການທ່ອງທ່ຽວກິລາ ຜ່ານການເປັນເຈົ້າພາບຈັດເຫດການຂະໜາດໃຫຍ່ຢ່າງຕໍ່ເນື່ອງ
ເຊັ່ນ: ການແຂ່ງຂັນແລ່ນ ມາຣາທອນ, ເທສະການລອຍນໍ້າທະເລສາກົນ,
ການແຂ່ງຂັນເຮືອໃບ ແລະ ບັນດາກິດຈະກຳກິລາຢູ່ຕາມຊາຍຫາດ.
ການປະສົມປະສານອັນໂດດເດັ່ນນີ້ ບໍ່ພຽງແຕ່ຊ່ວຍຍືດເວລາພັກເຊົາ
ຂອງນັກທ່ອງທ່ຽວເທົ່ານັ້ນ ແຕ່ຍັງເປີດຊ່ອງທາງແຫ່ງການບັນເທີງທີ່ດີຕໍ່ສຸຂະພາບ,
ມີຄວາມຂະຫຍັນຂັນເຄື່ອນ, ດຶງດູດກຸ່ມນັກທ່ອງທ່ຽວໄວໜຸ່ມ
ແລະ ນັກທ່ອງທ່ຽວສາກົນ ທີ່ມີກຳລັງການໃຊ້ຈ່າຍສູງ ຢ່າງແຮງກ້າ.
ຢູ່ຕາມຊາຍຫາດລຽບຕາມເສັ້ນທາງ ເຈິ່ນຝູ, ນັກທ່ອງທ່ຽວສາມາດເຫັນພາບພົດຂອງຜູ້ຄົນນັບພັນຄົນ ທີ່ເຂົ້າຮ່ວມບັນດາປະເພດ ກິລາຜະຈົນໄພ
ທາງນ້ຳຢ່າງຟົດຟື້ນ ເຊັ່ນ: ພາລາມໍເຕີ, ໂມໂຕສະກີນ້ຳ,
ການພາຍເຮືອຢືນ (SUP) ຫຼື ບານສົ່ງຊາຍຫາດ.
ການພັດທະນາການທ່ອງທ່ຽວ ຕິດພັນກັບເສດຖະກິດກິລາ
ບໍ່ພຽງແຕ່ປະກອບສ່ວນຍົກສູງສຸຂະພາບຂອງຊຸມຊົນ, ໂຄສະນາພາບພົດຂອງ
ຍາຈາງ ທີ່ຂະຫຍັນຂັນເຄື່ອນ ແລະ ເປັນມິດເທົ່ານັ້ນ ແຕ່ຍັງແມ່ນໄມ້ງັດອັນສຳຄັນ
ຊ່ວຍໃຫ້ການທ່ອງທ່ຽວ ແຄ໋ງຮ່ວາ ບຸກທະລຸ, ຢືນຢັນຖານະບົດບາດຍີ່ຫໍ້
ຈຸດໝາຍປາຍທາງຊັ້ນນຳ ຢູ່ເທິງແຜນທີ່ການທ່ອງທ່ຽວໂລກ.
ນັກທ່ອງທ່ຽວຮ່ວມມ່ວນຊື່ນກັບປະເພດກິລາທາງນ້ຳ. ພາບ: VNA
ນັກທ່ອງທ່ຽວຕ່າງປະເທດ ເພີດເພີນກັບຄວາມຕື່ນເຕັ້ນໃຈ ດ້ວຍບັນດາປະເພດກິລາທາງນ້ຳ. ພາບ: VNA
ນັກທ່ອງທ່ຽວຕ່າງປະເທດ ມີຄວາມສະໜຸກສະໜານກັບກິລາບານສົ່ງ ຢູ່ຊາຍຫາດ ຍາຈາງ (ແຂວງ ແຄ໋ງຮ່ວາ). ພາບ: VNA
ປະຕິບັດໂດຍ: VNP/VNA