ຂ່າວສານ

ຍອດເງິນລົງທຶນຂອງ ຫວຽດນາມ ອອກສູ່ຕ່າງປະເທດເພີ່ມຂຶ້ນທົບ 2,5 ເທົ່າ

ບັນດານັກລົງທຶນຫວຽດນາມ ໄດ້ລົງທຶນໃນ 12 ຂົງເຂດ, ໃນນັ້ນ ນຳຫນ້າແມ່ນຂົງເຂດທີ່ເຄື່ອນໄຫວດ້ານວິຊາສະເພາະ, ວິທະຍາສາດເຕັກໂນໂລຊີ .

ຕາມກົມລົງທຶນຕ່າງປະເທດແລ້ວ, ໃນສະພາບໂລກລະບາດໂຄວິດ 19 ພວມຜັນແປໄປຢ່າງສັບສົນໃນໂລກ, ໃນ 6 ເດືອນຕົ້ນປີ 2021 ຍອດຈຳນວນເງິນລົງທຶນຂອງຫວຽດນາມ ອອກສູ່ໂລກທີ່ໄດ້ຮັບຫນັງສືອະນຸຍາດໃຫ້ລົງທຶນໃຫມ່ ແລະ ເພີ່ມເຕີມແມ່ນ ບັນລຸເກືອບ 547 ລ້ານ  USD ເພີ່ມຂຶ້ນເກືອບ 2,5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ບັນດານັກລົງທຶນຫວຽດນາມ ໄດ້ລົງທຶນໃນ 12 ຂົງເຂດ, ໃນນັ້ນ ນຳຫນ້າແມ່ນຂົງເຂດທີ່ເຄື່ອນໄຫວດ້ານວິຊາສະເພາະ, ວິທະຍາສາດເຕັກໂນໂລຊີ ດ້ວຍ 3 ໂຄງການດັດສົມທຶນ, ຍອດເງິນລົງທຶນແມ່ນ 270,8 ລ້ານ USD. ຢືນອັນດັບ 2 ແມ່ນຂົງເຂດຂາຍຍົກ ຂາຍຍ່ອຍ ດ້ວຍຍອດຈຳນວນເງິນລົງທຶນແມ່ນ 148,6 ລ້ານ USD. ຖັດມາແມ່ນບັນດາຂົງເຂດກະສິກຳ, ປ່າໄມ້, ສິນໃນນ້ຳ, ການບໍລິຫານ ແລະ ບໍລິການຫນູນຊ່ວຍ.

ປະຈຸບັນ ມີ 15 ປະເທດ, ເຂດແຄ້ວນໄດ້ຮັບການລົງທຶນຂອງຫວຽດນາມ. ອາເມລິກາ ກາຍເປັນຕະຫລາດລົງທຶນໃຫຍ່ສຸດຂອງວິສາຫະກິດ ຫວຽດນາມ, ດ້ວຍ 3 ໂຄງການລົງທຶນໃຫມ່ ແລະ 2 ໂຄງການດັດສົມທຶນ, ດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນບັນລຸເກືອບ 302,8 ລ້ານ USD, ກວມເອົາ 55,4% ຍອດຈຳນວນເງິນລົງທຶນ. ຖັດມາ ແມ່ນ ກຳປູເຈຍ, ການາດາ, ຝລັ່ງ.

 (ແຫຼ່ງຄັດຈາກ VOV)
 

top