ຂ່າວສານ

ຍອດວົງເງິນສົ່ງອອກປະເພດສິນຄ້າຕໍ່າແຜ່ນຕັດຫຍິບ ໃນ 06 ເດືອນຕົ້ນປີ 2018 ເພີ່ມຂຶ້ນແຮງ

ຍອດວົງເງິນສົ່ງອອກປະເພດສິນຄ້າຕໍ່າແຜ່ນຕັດຫຍິບຂອງຫວຽດນາມ ໃນ 06 ເດືອນຕົ້ນປີ 2018 ຄາດວ່າບັນລຸເຖິງ 16,5 ຕື້ USD, ເພີ່ມຂຶ້ນ 16,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.

(ພາບປະກອບ: TTXVN)
ດ້ວຍລະດັບການເຕີບໂຕສົ່ງອອກສູງໃນໄລຍະ 06 ເດືອນຕົ້ນປີ 2018, ພ້ອມກັບບັນດາການຜັນແປໃໝ່ຈາກສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ ຕາມທິດມີຜົນປະໂຫຍດໃຫ້ແກ່ສິນຄ້າຂອງຫວຽດນາມ ກໍຄືຄວາມຄືບໜ້າຂອງການນໍາເຂົ້າແຫຼ່ງວັດຖຸດິບ ພວມເພີ່ມຂຶ້ນຢ່າງວ່ອງໄວ, ຄາດວ່າການສົ່ງອອກປະເພດສິນຄ້າຕໍ່າແຜ່ນຕັດຫຍິບຂອງຫວຽດນາມ ໃນ 06 ເດືອນທ້າຍປີ ຈະບັນລຸລະດັບເຕີບໂຕດີ, ຄາດວ່າ ວົງເງິນສົ່ງອອກບັນລຸ 18,5 ຕື້ USD ຍົກວົງເງິນສົ່ງອອກສິນຄ້າຂອງປີ 2018 ຂຶ້ນເຖິງລະດັບ 35 ຕື້ USD, ລື່ນກາຍ 01 ຕື້ USD ເມື່ອທຽບໃສ່ຄາດໝາຍ. ບັນດາຕະຫຼາດສົ່ງອອກຈຸດສຸມ 06 ເດືອນຕົ້ນປີ 2018 ແມ່ນ ອາເມລິກາ, ບັນດາປະເທດສະມາຊິກເຂົ້າຮ່ວມ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ, ສະຫະພາບ ເອີລົບ, ສ.ເກົາຫຼີ, ອາຊຽນ... ລ້ວນແຕ່ເພີ່ມຂຶ້ນແຮງ, ມີລະດັບເຕີບໂຕກະໂດດຂັ້ນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. 
(ແຫຼ່ງຄັດຈາກ VOV)

top