ຂ່າວສານ

ຊ່າງພາບທີ່ມີຊື່ສຽງ Nick Ut ຢ້ຽມຢາມຂ່າວພາບ ຫວຽດນາມ

ວັນທີ 3 ຕຸລາ 2022, ຜູ້ຖ່າຍຮູບພາບທີ່ມີຊື່ສຽງ Napalm Girl (ຍິງສາວ Napalm) Nick Ut ໄດ້ໄມາຢ້ຽມຢາມ ແລະ ໂອ້ລົມກັບບັນດານັກຂ່າວ ແລະ ບັນນາທິການຂອງຂ່າວພາບ ຫວຽດນາມ, ສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ຫວຽດນາມ.
 ຫົວໜ້າບັນນາທິການໃຫຍ່ຂ່າວພາບ ຫວຽດນາມ ຫງວຽນຖັ໋ງ  ແນະນຳໃຫ້ຊ່າງພາບ Nick Ut ກ່ຽວກັບໜ້າປົກບັນດາສິ່ງພິມຂອງຂ່າວພາບ ຫວຽດນາມ. ພາບ: ຂ່າວພາບ ຫວຽດນາມ 

  ຊ່າງພາບ Nick Ut ເບິ່ງບັນດາສິ່ງພິມຂອງ ຂ່າວພາບ ຫວຽດນາມ. ພາບ: ຂ່າວພາບ ຫວຽດນາມ  

  ຊ່າງພາບ Nick Ut ​ເບິ່ງ​ ເວັບ​ໄຊ ​ຂອງ​ຂ່າວ​ພາບ ຫວຽດນາມ.
ພາບ: ຂ່າວພາບ ຫວຽດນາມ
   

ສຳ​ລັບ​ບັນດານັກ​ຂ່າວ ແລະ ບັນ​ນາ​ທິ​ການ​ຂອງ​ຂ່າວ​ພາບ​ຫວຽດ​ນາມ, ນີ້​ແມ່ນ​ໂອ​ກາດ​ດີ​ເພື່ອ​ຮັບ​ຟັງ​ບັນດາການແປ່ງປັນກ່ຽວ​ກັບ​ຮູບ​ພາບ​ປະ​ຫວັດ​ສາດ​ໂລກ ​ເມື່ອ 50 ປີ​ກ່ອນ, ກ່ຽວ​ກັບຮູບພາບ​​ກໍ່​ຄື​ບັນ​ດາ​ປະ​ສົບ​ການ​ໃນ​ການ​ເຮັດ​ວຽກ​ໃນ​ອະ​ດີດຂອງນັກ​ຊ່າງ​ພາບ​ທີ່​ມີ​ອາ​ຍຸ 52 ປີ​ທີ່​ເຮັດ​ວຽກໃຫ້ສຳນັກຂ່າວ Associated Press (AP​)​.

 ຊ່າງພາບ Nick Ut ໂອ້ລົມກັບນັກຂ່າວ ແລະ ບັນນາທິການຂອງຂ່າວພາບຫວຽດນາມ. ພາບ: ຂ່າວພາບ ຫວຽດນາມ

  ຮູບພາບ “ຍິງສາວ Napalm” ໂດຍຊ່າງພາບ Nick Ut ເປັນຜູ້ຖ່າຍ.  

ຍິງສາວ Napalm” ໄດ້ນໍາເອົາລາງວັນ Pulitzer ມາໃຫ້ແກ່ຊ່າງພາບ Nick Ut, ຊາວ ຫວຽດນາມ ຄົນທຳອິດ ໃນສະຕະວັດທີ 20 ໄດ້ຮັບໜຶ່ງໃນບັນດາລາງວັນ ມີກຽດ ສັກສີທີ່ສຸດໃນດ້ານໜັງສືພິມ. ຮູບ​ພາບ​ນີ້​ຂອງເພິ່ນ​ຍັງ​ຖືກ​ຈັດ​ອັນ​ດັບ​ທີ 41 ໃນ 100 ຮູບ​ພາບ​ທີ່​ມີ​ອິດ​ທິ​ພົນ​ທີ່​ສຸດ​ໃນ​ສະຕະ​ວັດ​ທີ 20 ແລະ​ ເປັນໜຶ່ງໃນຮູບພາບຂ່າວ 10 ແຜ່ນ​ທີ່​ໜ້າ​ຈົດ​ຈຳ​ທີ່​ສຸດ​ໃນ​ຮອບ 50 ປີ. ຮູບ​ພາບ​ດັ່ງ​ກ່າວ​ຍັງ​ໄດ້​ຮັບຮອງວ່າ ໄດ້ປະກອບສ່ວນເຂົ້າໃນການ​ສິ້ນ​ສຸດ​ສົງ​ຄາມ​ຢູ່​ ຫວຽດ​ນາມ.

  ຊ່າງພາບ Nick Ut ຖ່າຍຮູບ​ທີ່​ລະນຶກ​ກັບ​ນັກ​ຂ່າວ ​ແລະ ບັນນາທິການ​ຂອງຂ່າວ​ພາບ ຫວຽດນາມ.
ພາບ: ຂ່າວພາບຫວຽດນາມ

  ຫົວໜ້າບັນນາທິການໃຫຍ່ຂ່າວພາບ ຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ຊ່າງພາບ Nick Ut. ພາບ: ຂ່າວພາບຫວຽດນາມ

ປະຕິບັດ: VNA/VNP


top