ຂ່າວສານ

ຊ່ອງໂທລະພາບ CNN ສືບຕໍ່ນອອກອາກາດລາຍການໂຄສະນາການທ່ອງທ່ຽວ ຮ່າໂນ້ຍ

      ລາຍການ “Hanoi: POV/Hanoi: ສັງເກດຕາມແງ່ມູມໂດຍຄະນະບັນນາທິການ CNN ຜະລິດ, ລວມມີຟິມຮູບເງົາສັ້ນແຕ່ 3 – 5 ນາທີ ແລະ ລາຍການພິເສດ 30 ນາທີ.  
      ແຕ່ວັນທີ 30 ຕຸລາ ຫາ ວັນທີ 8 ພະຈິກ 2017, ຊ່ອງໂທລະພາບ ອາເມລິກາ CNN ສືບຕໍ່ອອກອາກາດລາຍການມີຫົວຂໍ້ວ່າ “Hanoi: POV/Hanoi: ສັງເກດຕາມແງ່ມູມ” ຢູ່ບັນດາພາກພື້ນຄື: ອາຊີ, ເອີລົບ, ຕາເວັນອອກກາງ, ອາເມລິກາເໜືອ, ອາຊີໃຕ້ ຕາມລາຍການຮ່ວມມືໂຄສະນາ ນະຄອນຫຼວງ ຫວຽດນາມ ໄລຍະ  2017 – 2018.
        ລາຍການ “Hanoi: POV/Hanoi: ສັງເກດຕາມແງ່ມູມ” ໂດຍຄະນະບັນນາທິການ CNN ຜະລິດ, ລວມມີຟິມຮູບເງົາສັ້ນແຕ່ 3 – 5 ນາທີ ແລະ ລາຍການພິເສດ 30 ນາທີ. ເນື້ອໃນແມ່ນບັນດາຮູບພາບກ່ຽວກັບຄວາມງາມດ້ານວັດທະນະທຳ, ອາຫານການກິນ ແລະ ຈຸດພິເສດສະເພາະໃນຊີວິດປະຈຳວັນຂອງຊາວ ຮ່າໂນ້ຍ.
 (ແຫຼ່ງຄັດຈາກ VOV)
 

top