ທ່າມກາງບັນດາຖະໜົນໃຫຍ່ທ່ີກວ້າງຂວາງ, ບັນດາເສັ້ນທາງລົດ ໄຟຟ້າໃຕ້ດິນ (metro) ທີ່ີທັນສະໄໝ ແລະ ຈັງຫວະຊີວິດ ທີ່ເຄື່ອນ ໄຫວຢ່າງບໍ່ຢຸດຢັ້ງ ຂອງ ນະຄອນ ໂຮ່ຈີມິນ, ບັນດາຮ່ອມນ້ອຍໆ ຍັງຄົງເປັນບ່ອນພັກຜ່ອນ ທ່ີງຽບສະຫງົບ ຂອງຕົວເມືອງ. ບໍ່ພຽງແຕ່ ແມ່ນທາງຍ່າງ ທີ່ເຊື່ອມຕໍ່ ບັນດາເຂດຊຸມຊົນ ເທົ່ານັ້ນ, ຮ່ອມ ຍັງແມ່ນ ສະຖານທີ່ເກັບຮັກສາ ຄວາມຊົງຈຳ, ວັດທະນະທຳ ແລະ ນ້ຳໃຈຜູ້ຄົນ, ປະກອບສ່ວນສ້າງເປັນ ສີສັນເອກະລັກສະເພາະ ຂອງ ນະຄອນທີ່ໄດ້ຮັບກຽດໃສ່ຊື່ລຸງໂຮ່ (ນະຄອນ ໂຮ່ຈີມິນ) ຕະ ຫຼອດໄລຍະເຄິ່ງສະຕະວັດ ແຫ່ງການພັດທະນາ ແລະ ເຊື່ອມໂຍງ.
ທ່າມກາງບັນດາຖະໜົນໃຫຍ່ທ່ີກວ້າງຂວາງ, ບັນດາເສັ້ນທາງລົດ ໄຟຟ້າໃຕ້ດິນ (metro) ທີ່ີທັນສະໄໝ ແລະ ຈັງຫວະຊີວິດ ທີ່ເຄື່ອນ ໄຫວຢ່າງບໍ່ຢຸດຢັ້ງ ຂອງ ນະຄອນ ໂຮ່ຈີມິນ, ບັນດາຮ່ອມນ້ອຍໆ ຍັງຄົງເປັນບ່ອນພັກຜ່ອນ ທ່ີງຽບສະຫງົບ ຂອງຕົວເມືອງ. ບໍ່ພຽງແຕ່ ແມ່ນທາງຍ່າງ ທີ່ເຊື່ອມຕໍ່ ບັນດາເຂດຊຸມຊົນ ເທົ່ານັ້ນ, ຮ່ອມ ຍັງແມ່ນ ສະຖານທີ່ເກັບຮັກສາ ຄວາມຊົງຈຳ, ວັດທະນະທຳ ແລະ ນ້ຳໃຈຜູ້ຄົນ, ປະກອບສ່ວນສ້າງເປັນ ສີສັນເອກະລັກສະເພາະ ຂອງ ນະຄອນທີ່ໄດ້ຮັບກຽດໃສ່ຊື່ລຸງໂຮ່ (ນະຄອນ ໂຮ່ຈີມິນ) ຕະ ຫຼອດໄລຍະເຄິ່ງສະຕະວັດ ແຫ່ງການພັດທະນາ ແລະ ເຊື່ອມໂຍງ.
ຈັງຫວະຊີວິດ ປະຈຳວັນ ເບິ່ງຈາກມຸມສູງ ຢູ່ຮ່ອມ ຮ່າວຊີ໊ເຟື່ອງ ກັບບັນດາແຖວລະບຽງ ທີ່ຂຽວອຸ່ມທຸ່ມ ແລະ ແບບສະຖາປັດຕະ
ຍະກຳ ຄອນໂດມີນຽມເກົ່າ ທີ່ເປັນເອກະລັກ. ພາບ: ຫງວຽນລວນ/VNP
ບັນດາຮ້ານຕັດຜົມແບບເກົ່າ ຍັງຄົງຕົວຢູ່ຕາມບັນດາຮ່ອມນ້ອຍ ຢູ່ ນະຄອນ ໂຮ່ຈີມິນ. ພາບ: ເຈິ່ນເຖ໋ຟອງ
ເວລາອອກຈາກບັນດາເສັ້ນທາງ ທີ່ມີຄົນໄປມາ ຢ່າງຄຶກຄັກ ເພື່ອ ລ້ຽວເຂົ້າຮ່ອມໃດໜຶ່ງ, ນັກທ່ອງທ່ຽວ ຄືກັບກ້າວເຂົ້າສູ່ໂລກ ອີກ ແຫ່ງໜຶ່ງ.
ຢູ່ທີ່ນັ້ນ, ຈັງຫວະຊີວິດເບິ່ງຄືວ່າຈະຊ້າລົງ.
ສຽງລົດລາ ທ່ີເນືອງນັນ ໄດ້ຫຼີກທາງໃຫ້ແກ່ສຽງສົນທະນາ ອັນສະໜິດສະໜົມ
ຂອງເພື່ອນບ້ານໃກ້ເຮືອນຄຽງ, ສຽງຮ້ອງຂາຍເຄື່ອງທ່ີຄຸ້ນເຄີຍ ຂອງ ບັນດາຜູ້ຫາບຂາຍເຄື່ອງເຄື່ອນທີ່
ຫຼື ສຽງນົກຮ້ອງດັງຂຶ້ນ ຈາກ ບັນດາຊາຍຄາເຮືອນ ທີ່ມີຕົ້ນໄມ້ຂຽວອຸ່ມທຸ່ມປົກຄຸມ.
ແຕ່ດົນມາແລ້ວ, ຮ່ອມໄດ້ກາຍເປັນສ່ວນໜຶ່ງ ທີ່ບໍ່ສາມາດ ແຍກ ອອກ ໄດ້ໃນໂຄງສ້າງຕົວເມືອງ ຂອງ ນະຄອນ ໂຮ່ຈີມິນ. ຮ່ອມ ນ້ອຍ ໃຫຍ່ນັບພັນໆ ຮ່ອມ
ທີ່ຕັ້ງສະຫຼັບກັນ ຄືດັ່ງບັນດາເສັ້ນເລືອດ ທີ່ລ້ຽງດູຊີວິດການເປັນຢູ່ຂອງຊຸມຊົນ
ຢ່າງງຽບສະຫງົບ. ບໍ່ພຽງແຕ່ ເຊື່ອມຕໍ່ ບັນດາຫຼັງຄາເຮືອນເທົ່ານັ້ນ, ຮ່ອມຍັງເຊື່ອມຕໍ່ຜູ້ຄົນເຂົ້າ
ກັນ ດ້ວຍຄວາມໃກ້ຊິດສະໜິດສະໜົມ ແລະ ການແບ່ງປັນ, ເຊິ່ງ ແມ່ນຄວາມງາມທ່ີເປັນເອກະລັກສະເພາະ ຂອງ ຊາວພາກໃຕ້.
ຢູ່ພາຍໃນບັນດາຮ່ອມ ທີ່ຍ້ອມໄປດ້ວຍ ສີສັນແຫ່ງວັນເວລາ, ນັກ ທ່ອງທ່ຽວ ສາມາດພົບເຫັນ ບັນດາຮູບພາບທ່ີລຽບງ່າຍ ໃນຊີວິດ ປະຈຳວັນຢ່າງງ່າຍດາຍ.
ຢູ່ໃຕ້ຮ້ານດອກເຈ້ຍທີ່ມີສີສັນສົດໃສ ແມ່ນຮ້ານນ້ຳນ້ອຍໆ ດ້ວຍຈອກນ້ຳໃບເຕີຍ
ທ່ີເຢັນສະບາຍ. ຢູ່ເທິງ ຕັ່ງຢາງ ຕັ້ງຢູ່ຕໍ່ໜ້າປະຕູເຮືອນ, ແມ່ຕູ້ຄົນໜຶ່ງ
ພວມນັ່ງອ່ານໜັງສື ພິມຢ່າງສະບາຍອາລົມ ໃນຍາມເຊົ້າ ທ່ີສະຫງົບສຸກ. ບັນດາຊ່ວງ ເວລາ ອັນລຽບງ່າຍເຫຼົ່ານັ້ນ
ໄດ້ສ້າງເປັນຄວາມງາມສະເພາະ ທີ່ ບໍ່ແມ່ນຕົວເມືອງທັນສະໄໝໃດ ກໍຍັງຄົງຮັກສາໄວ້ໄດ້.
ຮ່ອມ ບໍ່ພຽງແຕ່ແມ່ນທາງໄປມາເທົ່ານັ້ນ, ແຕ່ຍັງ ແມ່ນສ່ວນໜຶ່ງ ຂອງ ພື້ນທີ່ວັດທະນະທຳ ທີ່ເປັນເອກະລັກ ຂອງ ນະຄອນ ໂຮ່ຈີມິນ, ສະຖານທີ່ ຮັກສາຈັງຫວະຊີວິດ ທີ່ລຽບງ່າຍ
ກັບບັນດາຮ້ານນ້ອຍໆ ຢູ່ກ້ອງຮ້ານດອກເຈ້ຍ ທີ່ເບັ່ງບານ ຢ່າງ ສົດໃສ. ພາບ: ຫງວຽນລວນ/VNP
ນັກທ່ອງທ່ຽວ ຍ່າງຜ່ານຮ້ານຂາຍເຄື່ອງຍ່ອຍ ຢູ່ຮ່ອມນ້ອຍ ແຫ່ງໜຶ່ງ ຢູ່ ນະຄອນ ໂຮ່ຈີມິນ. ພາບ: ເຈິ່ນເຖ໋ຟອງ
ໜຶ່ງໃນບັນດາສະຖານທີ່ ທີ່ມີຊື່ສຽງໂດ່ງດັງທີ່ສຸດ ແມ່ນຮ່ອມ ຮ່າວຊີ໊ ເຟື່ອງ ຢູ່ເຂດ ເຈິະເລີ໋ນ. ໄດ້ຮັບການກຳເນີດຂຶ້ນ ແຕ່ຕົ້ນສະຕະວັດ ທີ
XX, ສະຖານທີ່ແຫ່ງນີ້
ຍັງຄົງອະນຸລັກຮັກສາ ສະຖາປັດຕະຍະ ກຳ ຂອງ ຊຸມຊົນຄົນເຊື້ອສາຍ ຈີນ ໄວ້ໄດ້
ຂ້ອນຂ້າງສົມບູນ ດ້ວຍ ບັນດາແຖວເຮືອນເກົ່າ ທີ່ຕັ້ງຊິດກັນ, ປ່ອງຢ້ຽມເກັດ
ສີຟ້າ, ຄຳກອນ ຄູ່ສີແດງ
ແລະ ບັນດາແທ່ນບູຊາມູນເຊື້ອ. ພື້ນທີ່ແຫ່ງນັ້ນ ໄດ້ສະ ທ້ອນໃຫ້ເຫັນເຖິງ ການແຊກແຊງ ດ້ານວັດທະນະທຳ
ທີ່ປະກອບ ສ່ວນ ສ້າງເປັນໂສມໜ້າ ທ່ີຫຼາກຫຼາຍສີສັນ ຂອງ ນະຄອນ ໂຮ່ຈີມິນ ໃນປັດຈຸບັນ.
ບໍ່ພຽງແຕ່ເກັບຮັກສາຄວາມຊົງຈຳ ທາງດ້ານປະຫວັດສາດ ເທົ່າ ນັ້ນ, ຮ່ອມຫຼາຍແຫ່ງ
ຍັງໄດ້ກາຍເປັນພື້ນທີ່ແຫ່ງຫົວຄິດປະດິດສ້າງ ຂອງຊີວິດຍຸກໃໝ່, ຕິດພັນກັບບັນດາຫ້ອງສະແດງຮູບພາບ, ຮ້ານ ກາເຟ
ສິລະປະ ຫຼື ພື້ນທີ່ຈັດງານສະແດງທີ່ເປັນເອກະລັກ. ຢູ່ທີ່ Art Arcade (ເຂດເຮືອນຊຸມຊົນ) ເທິງຖະໜົນ ດົ່ງເຂີຍ, ບັນດາຜົນງານ
ຈິດຕະກຳ ກ່ຽວກັບປະເທດຊາດ ແລະ ຜູ້ຄົນ ຫວຽດນາມ ໄດ້ຮັບ ການຈັດສະແດງ ໃນບັນຍາກາດ
ທ່ີເປັນກັນເອງ, ສ້າງເປັນຈຸດນັດ
ພົບທ່ີໜ້າສົນໃຈ ລະຫວ່າງ ສິລະປະ ແລະ ຊີວິດຕົວເມືອງ.
ພື້ນທີ່ອັນສະຫງົບສຸກ ຢູ່ທາງໃນ ທາງຍ່າງ ວາງສະແດງ ຮູບ ແຕ້ມ ຢູ່ຮ່ອມ Art Arcade, ບ່ອນທີ່ນັກທ່ອງທ່ຽວ ແລະ ມວນຊົນ ສາມາດຢຸດແວ່ ເພື່ອຊື່ນຊອບ
ບັນດາຜົນງານດ້ານສິລະປະ. ພາບ: ຫງວຽນລວນ/VNP
ເວລາອອກຈາກເຂດໃຈກາງ, ບັນດາຮ່ອມຢູ່ ກໍ່ເວິບ ໄດ້ນຳເອົາ ສີ ສັນ ອີກແບບໜຶ່ງ
ທີ່ແຕກຕ່າງກັນຢ່າງສິ້ນເຊີງ. ສະຖານທີ່ແຫ່ງນີ້ ແມ່ນບ່ອນເຕົ້າໂຮມ ທາງສາສະໜາ
ເກົ່າແກ່ຫຼາຍແຫ່ງ ເຊັ່ນ: ສຳ ນັກສົງ ງອກເຟືອງ, ວັດ ເຈົາອານ ຫຼື ວັດ ກວາງເຮືອງຢາລາມ. ທ່າມກາງເດີ່ນວັດ
ທີ່ມີຮົ່ມໄມ້ປົກຄຸມ ແລະ ສຽງລະຄັງວັດ ທີ່ດັງ ກັນວານ, ນັກທ່ອງທ່ຽວ
ສາມາດຮັບຮູ້ໄດ້ເຖິງ ຈັງຫວະຊີວິດ ອັນສະ ຫງົບສຸກ ທີ່ຫາໄດ້ຍາກ ທ່າມກາງຕົວເມືອງ
ທີ່ມີປະຊາກອນ ກວ່າ 10 ລ້ານຄົນ.
ພິເສດ ໃນໂອກາດ ບຸນເທສະການໃຫຍ່ຕ່າງໆ, ພື້ນ ທີ່ພາຍໃນຮ່ອມ ໄດ້ກາຍເປັນສີສັນທີ່ສົດໃສ, ສະທ້ອນໃຫ້ເຫັນເຖິງ
ຊີວິດການເປັນຢູ່ ທາງດ້ານຈິດໃຈ ທີ່ອຸດົມສົມບູນ ແລະ ປະເພນີ ຄວາມເຊື່ອຖື ທາງສາສະໜາ
ທ່ີຍືນຍົງ ຂອງຊຸມຊົນ ທ້ອງຖິ່ນ.
ຮ່ອມແຕ່ລະແຫ່ງ ຢູ່ ນະຄອນ ໂຮ່ຈີມິນ ລ້ວນແຕ່ບັນຈຸ ເລື່ອງລາວ ສະເພາະຂອງໃຜລາວ. ມີຮ່ອມຕິດພັນກັບ ບັນດາເຂດກຳມະກອນ ອອກແຮງງານມາແຕ່ດົນນານ, ມີຮ່ອມທີ່ມີຊື່ສຽງໂດ່ງດັງ
ຍ້ອນບັນ ດາລາຍການອາຫານພື້ນເມືອງ, ມີຮ່ອມໄດ້ກາຍເປັນຈຸດນັດພົບ ຂອງ ວົງການສິລະປິນ
ຫຼື ຊຸມຊົນແຫ່ງຫົວຄິດປະດິດສ້າງໄວໜຸ່ມ. ທັງໝົດ ໄດ້ເຈືອຈານເຂົ້າກັນ
ສ້າງເປັນລະບົບນິເວດ ວັດທະນະທຳ ທີ່ເປັນເອກະລັກ ຢູ່ໃຈກາງຕົວເມືອງທີ່ທັນສະໄໝ.
ຮ່ອມ 84 ບຸ່ຍວ້ຽນ ກັບບັນດາເຍື່ອງອາຫານ ທີ່ເປັນເອກະ ລັກສະເພາະ ຂອງ ນະຄອນ ໂຮ່ຈີມິນ. ພາບ: ເຈິ່ນເຖ໋ຟອງ
ການແບ່ງປັນເຄື່ອງການກຸສົນ ຢູ່ຮ່ອມນ້ອຍແຫ່ງໜຶ່ງ ຢູ່ ນະຄອນ ໂຮ່ຈີມິນ. ພາບ: ເຈິ່ນເຖ໋ຟອງ
ຜ່ານໄລຍະເວລາ 50 ປີ ແຫ່ງການຂະຫຍາຍຕົວ ນັບຕັ້ງແຕ່ ວັນທີ່ ນະຄອນ ໄດ້ຮັບກຽດຕັ້ງຊື່ປະທານ ໂຮ່ຈີມິນ
ເປັນຕົ້ນມາ, ໂສມໜ້າ
ຕົວເມືອງ ໄດ້ມີການປ່ຽນແປງຢ່າງເຫັນໄດ້ຊັດ ດ້ວຍບັນດາ ກິດຈະ ການ ທີ່ທັນສະໄໝ ແລະ ພື້ນທີ່ດຳລົງຊີວິດ
ທີ່ນັບມື້ນັບ ມີຄວາມຂະ ຫຍາຍຕົວຢ່າງຂະຫຍັນຂັນເຄື່ອນ. ເຖິງຢ່າງໃດກໍຕາມ, ທ່າມກາງ
ກະແສຟອງ ແຫ່ງການພັດທະນາ ຢ່າງບໍ່ຢຸດຢັ້ງນັ້ນ, ບັນດາຮ່ອມ ຍັງຄົງເກັບຮັກສາ ຈິດວິນຍານ ຂອງ ຕົວເມືອງໄວ້ຢ່າງງຽບສະຫງົບ.
ນັ້ນແມ່ນສະຖານທີ່ ທີ່ອະດີດ ແລະ ປັດຈຸບັນ ຄົງຕົວຢູ່ຮ່ວມກັນ, ແມ່ນສະຖານທີ່
ທີ່ບັນດາຄຸນຄ່າຂອງຊຸມຊົນທ່ີໂອບເອື້ອອາລີ ແລະ ແບບແຜນຊີວິດທີ່ເປີດອົກເປີດໃຈ ຂອງ
ຊາວນະຄອນ ໂຮ່ຈີມິນ ສືບຕໍ່ໄດ້ຮັບການຖ່າຍທອດ ຜ່ານຫຼາຍເຊັ່ນຄົນ.
ສຳລັບນັກທ່ອງທ່ຽວສາກົນ ຫຼາຍທ່ານແລ້ວ, ການຂຸດຄົ້ນ ແລະ ຊອກຮູ້ບັນດາຮ່ອມນ້ອຍ ບໍ່ພຽງແຕ່ແມ່ນການເດີນທາງທ່ຽວຊົມ ທຳມະດາເທົ່ານັ້ນ.
ແຕ່ນັ້ນແມ່ນໂອກາດ ເພື່ອຮັບຮູ້ ຈັງຫວະຊີວິດ ອັນແທ້ຈິງ ຂອງ ນະຄອນ, ຕົວເມືອງທີ່ທັນສະໄໝແຫ່ງໜຶ່ງ,
ແຕ່ຍັງ ຄົງຮັກສາ ຊ່ວງເວລາແຫ່ງຄວາມສະຫງົບ ແລະ ປ່ຽມລົ້ນໄປດ້ວຍ ເອກະລັກ
ທ່າມກາງກະແສແຫ່ງການເຊື່ອມໂຍງເຂົ້າກັບສາກົນ.
ບົດ: ຫງວຽນລວນ - ພາບ: ຫງວຽນລວນ/VNP, ເຈິ່ນເຖ໋ຟອງ