ຂ່າວສານ

ຊູ​ແອັດ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ ແລະ ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ຫວຽດ​ນາມ ໃນ​ສະ​ຫະ​ພາບ ເອີ​ຣົບ

ຫວຽດນາມ ຖືການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບ ຊູແອັດ ເປັນສຳຄັນ.
ທ່ານ Benjamin Dousa ລັດຖະມົນຕີກະຊວງຮ່ວມມືພັດທະນາສາກົນ ແລະ ການຄ້າຕ່າງປະເທດ ຊູແອັດ ກັບ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ

ຕອນບ່າຍວັນທີ 12 ພຶດສະພາ, ຢູ່ ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Benjamin Dousa ລັດຖະມົນຕີກະຊວງຮ່ວມມືພັດທະນາສາກົນ ແລະ ການຄ້າຕ່າງປະເທດ ຊູແອັດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນ “ຊູແອັດ ແມ່ນຄູ່ຮ່ວມມືສຳຄັນ ແລະ ໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ ໃນສະຫະພາບເອີຣົບ”. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ຖືການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບ ຊູແອັດ ເປັນສຳຄັນ.

        ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອສ້າງກຳລັງໜູນຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ກໍ່ເຫັນດີໃຫ້ສອງຝ່າຍຮ່ວມມື, ອຳນວຍຄວາມສະດວກໃຫ້ແກ່ສິນຄ້າຂອງແຕ່ລະຝ່າຍແຊກຊຶມເຂົ້າຕະຫຼາດຂອງກັນ. ທ່ານ ຟ້າມມິງຈິງ ກໍຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ໃຫ້ສິນຄ້າ ຊູແອັດ ເຂົ້າຕະຫຼາດ ອາຊຽນ ແລະ ສະເໜີ ຊູແອັດ ເປັນຂົວຕໍ່ເພື່ອໃຫ້ ສິນຄ້າ ຫວຽດນາມ ເຂົ້າຕະຫຼາດ ເອີຣົບເໜືອ, ເພື່ອແນໃສ່ບັນລຸໄດ້ເປົ້າໝາຍພ້ອມກັນພັດທະນາແບບຍືນຍົງ.

        ສ່ວນທ່ານລັດຖະມົນຕີ  Benjamin Dousa ຢັ້ງຢືນວ່າ ຊູແອັດ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ແທດຈິງຂອງ ຫວຽດນາມ; ຊູແອັດ ປາດຖະໜາຢາກຍູ້ແຮງການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ. ທ່ານລັດຖະມົນຕີ ຊູແອັດ ໃຫ້ຄຳໝັ້ນສັນຍາ ຈະແລກປ່ຽນເພື່ອໃຫ້ບັນດາປະເທດສະມາຊິກ EU ທີ່ຍັງເຫຼືອ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (EVIPA) ກໍຄືກັບຄະນະກຳມະການເອີຣົບ (EC) ກ່ຽວກັບການສະເໜີຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳຂອງ ຫວຽດນາມ.


top